ວັນທີ 22 ຕຸລາ 2026, ທ່ານ ສ.ຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານນາງ ເມແກນ ໂຈນສ (Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ
ໃນການພົບປະຄັ້ງນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງຊາດ ລາວ-ອົດສະຕຣາລີ ທີ່ມີມາຢ່າງຍາວນານ ແລະ ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນໃນຫຼາຍປະເດັນສຳຄັນ, ໂດຍສະເພາະແມ່ນ ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ເພື່ອຊຸກຍູ້ໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (ຫຼື ປະເທດທຸກຍາກ) ຢ່າງໝັ້ນຄົງ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ. ໃນນີ້ທ່ານນາງ ເມແກນ ໂຈນສ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນທີ່ຈະສືບຕໍ່ເສີມສ້າງຄວາມຮ່ວມມື, ພ້ອມທັງໃຫ້ການສະໜັບສະໜູນວຽກງານການພັດທະນາຢູ່ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.
ບກ: ສືເຊັ່ງ
ຂ່າວ-ພາບ: ເຢ້-ຂິດ



