ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງແຂວງອຸດົມໄຊ

     ທ່ານ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ເຮັດວຽກກັບແນວລາວສ້າງຊາດແຂວງອຸດົມໄຊ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງແຂວງເຂົ້າຮ່ວມ ໃນວັນທີ 27 ຕຸລາ 2026 ນີ້.
     ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບລວມໄພພິບັດທຳມະຊາດ ໃນລະດູຝົນທີ່ຜ່ານມາ ເຊິ່ງໄດ້ເຮັດໃຫ້ມີ 5 ເມືອງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ເສຍຫາຍທັງໝົດ 293 ກວ່າຕື້ກີບ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ລະບົບນ້ຳປະປາ, ຕາຂ່າຍໄຟຟ້າ, ໂຮງໝໍ ແລະ ໂຮງຮຽນ. ພ້ອມກັນນັ້ນ, ແຂວງກໍໄດ້ເອົາໃຈໃສ່ສຸມໃສ່ແກ້ໄຂຟື້ນຟູພື້ນຖານໂຄງລ່າງ ສຳເລັດໂດຍພື້ນຖານ.
     ຈາກນັ້ນ, ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບລວມ, ຜົ້ນງານທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ທ່ານຮອງປະທານ ສນຊ ໄດ້ຮັບຊາບ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ແນວລາວສ້າງຊາດແຂວງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ນິຕິກຳຕ່າງໆໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ, ປຸກລະດົມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ທັງໝົດ 434 ບ້ານ ແລະ 7 ເມືອງໄດ້ຮັບການປະກາດ ເປັນເມືອງສາມັກຄີປອງດອງ ເທົ່າກັບ 100%. ພ້ອມກັນນັ້ນຍັງໄດ້ປະກອບສ່ວນເຂົ້າໃນການແກ້ໄຂ, ໄກ່ເກ່ຍບັນຫາຂໍ້ຂັດແຍ່ງຕ່າງໆ ຕື່ມອີກ.
     ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ແນວລາວສ້າງຊາດແຂວງອຸດົມໄຊ ຍາດມາໄດ້ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທກຄັ້ງ ທີ XII, ເສີມຂະຫຍາຍ 4 ກວ່າເກົ່າຂອງແນວລາວສ້າງຊາດ ຄື: ບຸກທະລຸກວ່າເກົ່າ, ເລິກເຊິ່ງກວ່າເກົ່າ, ຫັນປ່ຽນກວ່າເກົ່າ ແລະ ກວ້າງຂວາງກວ່າເກົ່າ; ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານຕິດຕາມ-ກວດກາ ແລະ ວຽກງານການທູດປະຊາຊົນ; ລົງໃກ້ຊິດຕິດແທດກັບປະຊາຊົນ ແລະ ສືບຕໍ່ປຸກລະດົມຄວາມສາມັກຄີໃຫ້ແໜ້ນແຟ້ນ.