ໃນທ່າມກາງບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍສັດທາ ແລະ ຄວາມປີຕິຊົມຊື່ນຂອງພຸດທະສາສະນິກະຊົນ ເນື່ອງໃນໂອກາດງານບຸນອອກພັນສາປະວໍລະນາ ປະຈຳປີ 2026; ໃນຕອນເຊົ້າຂອງວັນທີ 26 ຕຸລາ 2026 ນີ້, ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍທ່ານຮອງປະທານ ສນຊ ໄດ້ເຂົ້າຮ່ວມພິທີຕັກບາດ ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ ຢູ່ທີ່ວັດສີສະເກດ, ນະຄອນ ຫຼວງວຽງຈັນ ໂດຍມີ ພຣະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ເປັນປະທານພິທີ.
ພິທີຕັກບາດໃນຄັ້ງນີ້ ເປັນການຮ່ວມມື ແລະ ສາຍສຳພັນທາງວັດທະນະທຳ-ສາສະໜາ ທີ່ສວຍງາມ ແລະ ມີຄວາມໝາຍຢ່າງຍິ່ງ ເມື່ອ ພຣະອາຈານໃຫຍ່ ອິນຊູນ (Yin Shun), ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈີນ, ປະທານຜູ້ກໍ່ຕັ້ງກອງປະຊຸມພຸດທະສາສະໜາໜານໄຫ ທັງເປັນເຈົ້າອາທິການວັດຫົງຟ້າ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າຮ່ວມພິທີ ແລະ ຮ່ວມສ້າງບຸນກຸສົນກັບພຸດທະສາສະນິກະຊົນລາວ ທີ່ເຕັມໄປດ້ວຍຄວາມອົບອຸ່ນ.
ພິທີໄດ້ຈັດຂຶ້ນຢ່າງສົມກຽດ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວ, ໂດຍມີພຣະສົງ-ສາມະເນນ, ບັນດາທ່ານເຖົ້າແກ່ແນວໂຮມ, ແຂກກຽດຕິຍົດ ທັງພາກລັດ-ເອກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຢ່າງຄຶກຄື້ນ ຫຼວງຫຼາຍ ເພື່ອຮ່ວມກັນສືບສານວັດທະນະທຳອັນປະເສີດ, ຮັກສາສີລະທຳ ແລະ ເສີມສ້າງຄວາມສາມັກຄີປອງດອງ. ພ້ອມທັງເປັນການເພີ່ມພູນຄູນສ້າງສາຍສຳພັນມິດຕະພາບ ແລະ ການແລກປ່ຽນທາງສາສະໜາ-ວັດທະ ນະທຳ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ອົງງການພຸດທະສາສະໜາ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ບກ: ພ.ພຽງ
ຂ່າວ-ພາບ: ຂິດ-ລີ


