ໃນວັນທີ 28 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫ່ ຄັ້ງທີ 11 ຂຶ້ນ ຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມພິທີ ຂອງ ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພູດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພຣະອາຈານໃຫຍ່ ອິນຊູນ (Yin Shun) ປະທານ ສະມາຄົມພຸດທະສາສະໜາ ແຫ່ງ ນະຄອນເສີນເຈີ້ນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພຣະເຖຣານຸເຖຣະ ຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຢ່າງສົມກຽດ.
ກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນພາຍໃຕ້ ຫົວຂໍ້ ”ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ເພື່ອສົ່ງເສີມການປືກສາຫາລື ແລະ ແລກປ່ຽນວັດທະນາທຳລະຫວ່າງກັນ ໂດຍການເປັນເຈົ້າພາບຮ່ວມຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັບສະມາຄົມພຸດທະສາສະໜານະຄອນເຊີນເຈີນ ແລະ ວັດຫົງຟ້າ ຂອງ ສປ ຈີນ, ກອງປະຊຸມຈັດຂຶ້ນໃນທ່າມກາງບັນຍາກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ ແລະ ເປັນປີທີ່ສອງປະເທດຍົກລະດັບສາຍພົວພັນເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່”ລະຫວ່າງສອງພັກ, ທັງເປັນປີແຫ່ງມິດຕະພາບລາວ-ຈີນ, ທັງເປັນປີທ່ອງທ່ຽວລາວ-ຈີນ ແລະ ໃນບັນຍາກາດຊາວພຸດທະສາສະໜາ ໄດ້ຈັດງານບຸນປະເພນີອອກພັນສາປະວໍຣະນາ.
ຈຸດປະສົງຂອງກອງປະຊຸມ:
1. ເພື່ອສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການ ກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ X ໃຫ້ມີຜົນເປັນຮູບປະທໍາ;
2. ເພື່ອຮ່ວມກັນຈັດກອງປະຊຸມ ພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ”;
3. ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຫຼັກທໍາຄໍາສອນຂອງພຸດທະສາສະໜາ, ສົ່ງເສີມຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍທາງວັດທະນະທໍາ, ພ້ອມທັງສົ່ງເສີມສັນຕິພາບ ແລະ ການພັດທະນາຮ່ວມກັນຢ່າງຍືນຍົງ.
ສະພາບການຂອງໂລກໃນປັດຈຸບັນໄດ້ປ່ຽນແປງໄປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ແຕ່ ກອງປະຊຸມພຸດທະສາສະໜາໜານໄຫ່ ໃນຄັ້ງນີ້ໄດ້ເປັນເວທີສາກົນໜຶ່ງທີ່ສຳຄັນທາງພຸດທະສາສະໜາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ພຸດທະສາສະໜາດ້ວຍກັນ ແລະ ພະສົງ ເພື່ອຄົ້ນຄວ້າພະທຳຄຳສອນ ແລະ ຕິດພັນກັບການສ້າງຄວາມເຂົ້າໃຈ ໃຫ້ພຸດທະສາສະນິກະຊົນໃຫ້ຮູ້ຈັກ ແລະ ປະຕິບັດຕາມພະທຳຄຳສອນຂອງພະພຸດທະສາສະໜາ ທັງເປັນການສືບທອດມໍລະດົກທາງດ້ານສາສະໜາ ແລະ ວັດທະນະທຳໃຫ້ເລິກເຊິ່ງ ເປັນຮູບປະທຳ ເປັນຕົ້ນ: ເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການການກຸສົນຕ່າງໆ. ສິ່ງເຫຼົ່ານີ້ ໄດ້ເປັນສ່ວນ ໜຶ່ງທີ່ສຳຄັນຕາມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສປປ ລາວ – ສປ ຈີນ ເພື່ອ ສົ່ງເສີມເສັ້ນທາງແຫ່ງສັນຕິພາບມິດຕະພາບ, ສ້າງຄວາມຈະເລີນຮຸ່ງເຮືອງ, ປົກປັກຮັກສາວັດທະນະທຳ, ອາລິຍະທຳ ແລະ ຮີດຄອງປະເພນີອັນດີງາມ ໃຫ້ແກ່ຄົນຮຸ່ນຫຼັງສືບຕໍ່ຕະຫຼອດໄປ.
ໃນໂອກາດນີ້ ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ພວກເຮົາຮ່ວມໃຈ ແລະ ຮ່ວມຄວາມມຸ້ງຫວັງ, ກ້າວເດີນໄປໃນເສັ້ນທາງດຽວກັນ ເພື່ອແລກປ່ຽນຄວາມເມດຕາ ແລະ ປັນຍາແຫ່ງພຣະທຳ ໃຫ້ກາຍເປັນພະລັງອັນຍິ່ງໃຫຍ່ເພື່ອປົກປັກຮັກສາສັນຕິພາບ ແລະ ການຢູ່ຮ່ວມກັນໂດຍສັນຕິ ຕາມຫົວຂໍ້ຂອງກອງປະຊຸມໂຕະມົນຂອງພະພຸດທະສາສະໜາໜານໄຫ່ໃນຄັ້ງນີ້ທີ່ວ່າ: ”ຕົ້ນກໍາເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ”
ຜະລິດຂ່າວໂດຍ: ກົມໂຄສະນາ ສູນກາງແນວລາວສ້າງຊາດ


