ສະຫາຍ ຮອງປະທານ ສນຊ ເຂົ້າຢ້ຽມຂໍ່ານັບ ປະທານ ສະພາທີ່ປືກສາການເມືອງທົ່ວປະເທດຈີນ

ສະຫາຍ ຮອງປະທານ ສນຊ ເຂົ້າຢ້ຽມຂໍ່ານັບ ປະທານ ສະພາທີ່ປືກສາການເມືອງທົ່ວປະເທດຈີນ
ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວາງ ຮູນິງ, ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ຫົວໜ້າຫ້ອງວ່າການຄະນະກໍາມະການລົງເລິກປະຕິຮູບການເມືອງທົ່ວປະເທດຈີນ. ຢູ່ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 10 ພະຈິກ 2026.
ສະຫາຍ ຫວາງ ຮູນິງ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຂອງຄະນະໃນຄັ້ງນີ້, ໄດ້ແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປ ຈີນ ກໍຄືວຽກງານຂອງສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໄລຍະຜ່ານມາໃຫ້ຊາບ ແລະ ໄດ້ແນະນໍາກ່ຽວກັບນະໂຍບາຍ, ຂໍ້ລິເລີ່ມ ໃໝ່ຂອງ ສປ ຈີນ ໂດຍສະເພາະຜົນກອງປະຊຸມສູນກາງຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XX, ແຜນພັດທະນາ 5 ປີ ຄັ້ງທີ XV, ຊຶ່ງເຫັນວ່າເປັນເນື້ອໃນສໍາຄັນ ຕໍ່ທິດທາງກ້າວເດີນ ຂອງ ສປ ຈີນ .
ສະຫາຍ ນາງ ບຸດສະດີ ທະນະເມືອງ, ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນ ສະຫາຍ ຫວາງ ຮູນິງ ແລະ ໄດ້ກ່າວວ່າ: ຄວາມສໍາພັນລາວ-ຈີນ ເປັນຄວາມສໍາພັນມິດຕະພາບອັນຍາວນານ, ເປັນມູນມໍລະດົກອັນລໍ້າຄ່າຂອງປະຊາຊົນສອງຊາດ, ການພົບປະສອງຝ່າຍໃນມື້ນີ້ ມີຄວາມໝາຍສຳຄັນຍິ່ງ, ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະ ສາຍພົວພັນຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ. ເປັນການທົບທວນຄືນການຈັດຕັ້ງປະຕິບັດຜົນການຮ່ວມມືທີ່ຜ່ານມາ, ພ້ອມທັງຈະໄດ້ຮ່ວມກັນປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືອັນໃໝ່ ເພື່ອສືບຕໍ່ ຜັນຂະຫຍາຍ ແນວທາງການພົວພັນແບບຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຕາມແຜນແມ່ບົດວ່າດ້ວຍການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ວາງໄວ້.