ສະຫາຍ ຮອງປະທານ ສນຊ ເຂົ້າພົບປະ ຄະນະກໍາມະການຊົນເຜົ່າແຫ່ງຊາດຈີນ

ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ສະຫາຍ ເສີນ ຮຸ້ຍ ເຟີງ ຮອງລັດຖະມົນຕີ ຄະນະວຽກງານແນວໂຮມສູນກາງພັກກອມມູນິດຈີນ, ປະທານຄະນະກໍາມະການກິດຈະກຳຊົນເຜົ່າແຫ່ງຊາດຈີນ, ມີທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳຢູ່ ສປ ຈີນ ເຂົ້າຮ່ວມ ຢູ່ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 10 ພະຈິກ 2026.
ສະຫາຍ ເສີນ ຮຸ້ຍ ເຟີງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຂອງຄະນະໃນຄັ້ງນີ້, ເຊິ່ງສະຫາຍ ເສີນ ຮຸ້ຍ ເຟີງ ໄດ້ແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປ ຈີນ ກໍຄືວຽກງານຂອງຄະນະກຳມະການກິດຈະການຊົນເຜົ່າແຫ່ງຊາດຈີນ ໃນໄລຍະຜ່ານມາ ຊຶ່ງເຫັນວ່າເປັນເນື້ອໃນສໍາຄັນ ຕໍ່ທິດທາງກ້າວເດີນ ຂອງ ສປ ຈີນ ແລະ ເປັນບົດຮຽນໃຫ້ ສປປ ລາວ.
ສະຫາຍ ນາງ ບຸດສະດີ ທະນະເມືອງ, ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ເສີນ ຮຸ້ຍ ເຟີງ ແລະ ຕີລາຄາສູງ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ ສປຈີນ ກໍຄືຄະນະກຳມະການກິດຈະການຊົນເຜົ່າແຫ່ງຊາດຈີນ ຍາດມາໄດ້ພາຍໃຕ້ການນຳພາຂອງພັກ-ລັດຖະບານແຫ່ງ ສປ ຈີນ; ສປ ຈີນ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການພັດທະນາໄວຢ່າງຕໍ່ເນື່ອງ, ມີຄວາມສະຫງົບໝັ້ນຄົງ, ມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ດ້ານເຕັກນິກ-ວິທະຍາສາດທັນສະໄໝແບບກ້າວກະໂດດ, ການປະດິດສ້າງໃໝ່ ຂອງຈີນ ໄດ້ມີການບຸກທະລຸສໍາຄັນ; ສີຂຽວກາຍເປັນສີພື້ນຖານຂອງການພັດທະນາ, ການກໍ່ສ້າງສັງຄົມນິຍົມຕາມສີສັນພິເສດຂອງຈີນ ໄດ້ບັນລຸເປົ້າໝາຍ ສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ທີ່ຈາລຶກໄວ້ໃນປຶ້ມປະຫວັດສາດຢ່າງສະຫງ່າງາມ. ໃນນາມພັກ-ລັດຖະບານ ແຫ່ງ ສປປ ລາວ ກໍຄືສູນກາງແນວລາວສ້າງຊາດ ພວກຂ້າພະເຈົ້າສະໜັບສະໜູນນະໂຍບາຍຕ່າງໆ ຂອງ ສປ ຈີນ, ເປັນຕົ້ນ: ນະໂຍບາຍຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງ, ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ແລະນະໂຍບາຍອັນໃໝ່ໆ. ໂດຍສະເພາະ ສະຫາຍ ສີ ຈິ້ນຜິງ ໄດ້ເໜັ້ນໜັກເຖິງສາຍພົວພັນແບບໃໝ່ ແລະ ການຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມສຳຄັນ(ຄື:ຂໍ້ລິເລີມການພັດທະນາໂລກ, ຄວາມໝັ້ນຄົງໂລກ, ວັດທະນາທຳໂລກ ແລະ ການບໍລິການໂລກ) ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປິ, ໃນວັນທີ 1 ກໍລະກົດ 2026 ຜ່ານມາ ພັກກອມມູນິດຈີນໄດ້ເນັ້ນເຖິງນະໂຍບາຍຂ້າງເທິງນັ້ນ ເປັນການປະກອບສ່ວນເຂົ້າໃນການພັັດທະນາໂລກ ແລະ ປົກປັກຮັກສາລະບຽບສາກົນ.
ໃນໂອກາດດັ່ງກ່າວ ຍັງໄດ້ເຊັນສັນຍາຮ່ວມມືລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ແລະ ຄະນະກຳມະການກິດຈະການຊົນເຜົ່າແຫ່ງ ສປ ຈີນ ເຊິ່ງ ສັນຍາສະບັບນີ້ມີອາຍຸນຳໃຊ້ 5 ປີ ແຕ່ 2026-2030 ຕື່ມອີກ.