ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫຼຸບການຄົ້ນຄວ້າຊັ້ນຄົນໃນສັງຄົມລາວ

ສູນກາງແນວລາວສ້າງຊາດ(ສນຊ) ຈັດກອງປະຊຸມສະຫຼຸບການຄົ້ນຄວ້າຊັ້ນຄົນໃນສັງຄົມລາວ ຂຶ້ນຢູ່ ສນຊ, ໃນວັນທີ 9 ຕຸລາ 2020 ນີ້, ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານຊັ້ນຄົນ ແລະ ອົງການຈັດຕັ້ງທາງສັງຄົມ, ມີຄະນະທີ່ປຶກສາ, ຜູ້ຮ່ວມງານ ແລະ ຄະນະວິຊາການກົມຊັ້ນຄົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດຂອງໂຄງການຄົ້ນຄວ້າ “ຊັ້ນຄົນໃນສັງຄົມລາວ” ໃນໄລຍະຜ່ານມາ ໂດຍຫຍໍ້ ເຊິ່ງໄດ້ໃຫ້ຮູ້ວ່າຄະນະວິຊາການໄດ້ມີການແລກປ່ຽນບົດຮຽນ ໃນການຄົ້ນຄວ້າກ່ຽວກັບຊັ້ນຄົນ ຢູ່ທັງພາຍໃນ ແລະ ຕ່າງປະເທດ, ຄະນະຮັບຜິດຊອບໄດ້ມີການຈັດກອງປະຊຸມ ວິຊາການເພື່ອປະກອບຄຳຄິດຄຳເຫັນ ແລະ ປັບປຸງເນື້ອໃນບົດຄົ້ນຄວ້າຊັ້ນຄົນໃນສັງຄົມລາວ ຈຳນວນຫຼາຍຄັ້ງ ເພື່ອນຳໄປປັບປຸງແກ້ໄຂໃຫ້ຄົບຖ້ວນສົມບູນ, ໄດ້ມີກອງປະຊຸມຕີລາຄາ ແລະ ປະເມີນຜົນ ເຊິ່ງມາຮອດປະຈຸບັນ ແມ່ນໄດ້ສຳເລັດແລ້ວເກືອບຮ້ອຍເປີເຊັນ. ພ້ອມກັນນີ້, ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນຕໍ່ວຽກງານດັ່ງກ່າວຢ່າງກົງໄປກົງມາ.

ທ່ານ ຄຳໃບ ດຳລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າຊັ້ນຄົນໃນສັງຄົມລາວ ຕະຫຼອດໄລຍະຜ່ານມາ ແລະ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຈົ່ງສືບຕໍ່ຈັດຕັ້ງປະຕິບັດໃນການຄົ້ນຄວ້າ ແລະ ປັບປຸງບາງເນື້ອຕາມທີ່ໄດ້ມີການປະກອບຄຳຄິດຄຳເຫັນນັ້ນຕື່ມເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ, ໃຫ້ມີການຄົ້ນຄວ້າເຊື່ອມຊຶມ ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ສະບັບເລກທີ 108/ກມສພ ເພື່ອສາມາດກຳແໜ້ນ ແລະ ຮັບຮູ້ໄດ້ຢ່າງເລິກເຊິ່ງຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191