ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມແນະນຳວິທີການລົງຮາກຖານໄລຍະສັ້ນ-ກັບທີ່ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ

     ວັນທີ 21 ມິຖຸນາ 2024 ທີ່ຫ້ອງປະຊຸມສູນຄົ້ນຄ້ວາ ແລະ ຝຶກອົບຮົມ ສນຊ, ສູນກາງແນວ ລາວສ້າງຊາດ ໄດ້ຈັດກອງປະຊຸມແນະນຳວິທີການລົງຮາກຖານໄລຍະສັ້ນ-ກັບທີ ຢູ່ ນະຄອນຫຼວງ ວຽງຈັນ ແລະ ແຂວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການ ສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ເຂົ້າຮ່ວມ ມີບັນດາສະຫາຍຄະນະພັກ, ບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ ຕະຫຼອດພະນັກງານຂັ້ນ ພະແນກທີ່ຖືກແຕ່ງຕັ້ງລົງຮາກຖານເຂົ້າຮ່ວມ.
      ໃນກອງປະຊຸມສະຫາຍ ຄຳຢາດ ຣາຊດາວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຫຼັກແຫຼ່ງ ຂອງ ສນຊ ລົງຮາກຖານໄລຍະສັ້ນ-ກັບທີ່ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ເຊິ່ງໄດ້ແຕ່ງຕັ້ງພະນັກງານລົງຮາກຖານກັບທີ່ ມີ ທັງໝົດ 24 ສະຫາຍ ແລະ ລົງຮາກຖານໄລຍະສັ້ນ 6 ສະຫາຍ ເພື່ອລົງໄປຊຸກຍູ້ແບບແຜນວິທີບ້ານ ການແຕ່ງຕັ້ງພະນັກງານຫຼັກແຫຼ່ງ ຂອງ ສນຊ ລົງຮາກຖານໃນຄັ້ງນີ້ແມ່ນເພື່ອການກໍ່ສ້າງພະນັກງານ ສືບທອດປ່ຽນແທນ ຢູ່ ສນຊ ໃຫ້ຕິດພັນກັບຮາກຖານຕົວຈິງ ແລະ ພຶດຕິກຳຕົວຈິງ, ເພື່ອຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ຫັນເອົາແຜນງານວຽກງານຈຸດສຸມລົງສູ່ໜ້າວຽກຕົວຈິງ ຂອງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ໄດ້ຮັບຜົນດີ ໂດຍເນັ້ນໃສ່ 4 ການເສີມສ້າງ, 4 ການຫັນປ່ຽນ, 9 ຂໍ້ແຂ່ງຂັນຂອງແນວລາວສ້າງຊາດ ພ້ອມທັງຊຸກຍູ້ຂະບວນການສະເຫຼີສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
ພ້ອມກັນນີ້, ສະຫາຍຮອງປະທານຜູ້ປະຈຳການໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການ ແຕ່ງຕັ້ງລົງຮາກຖານຈົ່ງກຳແໜ້ນແນວທາງ, ນະໂຍບາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວ ລາວສ້າງຊາດ ເພື່ຶອນຳໄປຜັນຂະຫຍາຍຢູ່ຮາກຖານທີ່ຕົນເອງລົງ, ເອົາໃຈໃສ່ຕິດຕາມການພັດທະນາ ຂອງບ້ານ, ເມືອງ ໃນການຜັນຂະຫຍາຍມະຕິກອງປະຊຸມ ຂອງແນວລາວສ້າງຊາດ ແລະ ແຜນພັດທະນາຂອງບ້ານ, ເພື່ອກຳໄດ້ຈຸດພິເສດໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງຮາກຖານ ຕິດພັນກັບການເຮັດໜ້າທີເຕົ້າໂຮມຄວາມສາມັກຄີປອງດອງກັນກັບພະນັກງານຂັ້ນຮາກຖານ ແລະ ປະຊາຊົນລາວ ບັນດາເຜົ່າ; ນຳເອົາບັນດາຂໍ້ແຂ່ງຮັກຊາດ ແລະ ພັດທະນາ ຂອງແນວລສ້າງຊາດ ລົງໄປເຜີຍແຜ່ສູ່ຮາກຖານເພື່ອແນໃສ່ຮັບປະກັນຄວາມສະຫງົບປອດໄພ, ຄວາມສະອາດງາມຕາໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊ່ຽນທີ່ຈະຈັດຂຶ້ນໃນປີ 2024 ນີ້. ພາຍຫຼັງສຳເລັດລົງຮາກຖານແລ້ວໃຫ້ແຕ່ລະສະຫາຍເຮັດບົດລາຍງານເພື່ອເປັນຕົວຊີ້ວັດ ໃນການຈັດຕັ້ງປະຕິບັດ
ບກ: ກົງແກ້ວ
ຂ່າວ-ພາບ: ລລ
info@lfnd.org.la | 021 213754 | (856-21) 453191