ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມ ອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ ສາມວັນປະຫວັດສາດ ຄັ້ງທີ 1.

 

ອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ເພື່ອສະເຫຼີມສະຫຼອງ ສາມວັນປະຫວັດສາດ ປີ 2025 ໄດ້ປະຊຸມປຶກສາຫາລື ວາງ ແຜນວຽກ, ແບ່ງຄວາມຮັບຜິດຊອບຕໍ່ການກະກຽມດ້ານຕ່າງໆ ພາຍໃນອະນຸກໍາມະການໃນວັນທີ 15 ສິງຫາ 2024 ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານ ຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຫົວໜ້າອະນຸກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ມີຮອງຫົວໜ້າອະນຸກໍາມະການ, ຄະນະຮັບຜິດຊອບ, ກອງເລຂາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ໃນນາມຜູ້ປະຈໍາການອະນຸກໍາມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍ ໄດ້ລາຍງານການກະກຽມຄວາມພ້ອມເປັນຕົ້ນແມ່ນ: ແຜນການເຄື່ອນໄຫວຂອງອະນຸກໍາມະການຂະບວນການແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດ; ແຜນການເຄື່ອນໄຫວໜ່ວຍງານແຂ່ງຂັນ ແລະ ຍ້ອງຍໍ; ຮ່າງຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນອະນຸກໍາມະການ; ຮ່າງຂໍ້ຕົກລົງແຕ່ງຕັ້ງໜ່ວຍງານກອງເລຂາ; ຮ່າງຄໍາສັ່ງແນະນໍາການສ້າງຂະບວນການແຂ່ງຂັນ ເພື່ອເຫຼີມສະຫຼອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ແຜນຄາດຄະເນການປະດັບຫຼຽນປະເພດຕ່າງໆ. ທີ່ກອງປະຊຸມໄດ້ປະກອບຄໍາເຫັນຕໍ່ບັນດາເອກະສານ ແລະ ວິທີການ, ຮູບແບບຕ່າງໆ ຢ່າງສ້າງສັນ ແລະ ກົງໄປກົງມາ, ພຶ້ນຖານແມ່ນເຫັນດີຕໍ່ການກະກຽມ ແລະ ກອງປະຊຸມໄດ້ເອກະພາບກັນໃຫ້ປັບປຸງບຸກຄະລາກອນ ໃນຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ແລະ ກອງເລຂາໃຫ້ແທດເໝາະກັບວຽກຕົວຈິງ, ສໍາລັບຄໍາສັ່ງແນະນໍາແມ່ນໃຫ້ກວມລວມທັງວຽກຂະບວນການແຂ່ງຂັນ ແລະ ຍ້ອງຍໍ ໃຫ້ຊັດເຈນເພື່ອສະດວກໃນການຈັດຕັ້ງປະຕິບັດ ແຕ່ລະໜ່ວຍງານໃຫ້ມີການປະຊຸມລາຍງານ 2 ອາທິດຕໍ່ຄັ້ງ; ປະຊຸມຄົບຄະນະອະນຸກໍາມະການ 2 ເດືອນຕໍ່ຄັ້ງ; ຄາດຄະເນປະເພດຫຼຽນຕ່າງໆແມ່ນໝູນໃຊ້ຫຼຽນທີ່ພວກເຮົາມີຢູ່ ແລະ ຜະລິດຫຼຽນທີ່ພວກເຮົາມີຄວາມຈໍາເປັນ ພຶ້ນຖານແມ່ນປະຕິບັດຕາມທິດຊີ້ນໍາລວມຂອງກົມການເມືອງສູນກາງພັກ.

ໃນທ້າຍກອງປະຊຸມປະທານກອງປະຊຸມ, ຫົວໜ້າອະນຸກໍາມະການໄດ້ຊີ້ນໍາໃຫ້ຜູ້ປະຈໍາການອະນຸກໍາມະການ ຮ່າງເອກະສານລະອຽດ ຕາມທີ່ກອງປະຊມເຫັນດີ ເພື່ອລາຍງານ ຂໍຄວາມເຫັນນໍາ ຂັ້ນເທິງໂດຍໄວ.

info@lfnd.org.la | 021 213754 | (856-21) 453191