ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມ ເຜີຍແຜ່ຄູ່ມືການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ທີ່ແຂວງໄຊສົມບູນ.

 

ໃນວັນທີ 7 ພຶດສະພາ 2024 ນີ້, ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງໄຊສົມບູນ ຈັດກອງປະຊຸມ ເຜີຍແຜ່ຄູ່ມືການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ແລະ ທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດ ແຂວງໄຊສົມບູນ, ມີທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊົນເຜົ່າ ສນຊ, ທ່ານ ວ່າງເຢຍ ໄຊນາລໍ່ ຫົວໜ້າພະແນກນິຕິກຳ ກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດປະທານແນວລາວສ້າງຊາດເມືອງ, ຫົວໜ້າຫ້ອງການ ການເງິນ ເມືອງອະນຸວົງ ແລະ ບັນດາຜູ້ປະກອບການ ເຂົ້າຮ່ວມທັງໝົດ 76 ທ່ານ ຍິງ 18 ທ່ານ.

ໃນໂອກາດດັ່ງກ່າວທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວເປີດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ຄວາມໝາຍ ຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນ ເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມປະຕິບັດພັນທະເສຍພາສີ-ອາກອນ ປະເພດຕ່າງໆຄົບຖ້ວນ ໃຫ້ລັດຕາມລະບຽບກົດໝາຍ, ແນໃສ່ແກ້ໄຂບັນຫາຮົ່ວໄຫລ, ການລັກລອບພາສີ-ອາກອນ ເພື່ອປະກອບສ່ວນໃນການຜັນຂະຫຍາຍ 2 ວາລະແຫ່ງຊາດ ເຂົ້າສູ່ຕົວຈິງ. ຈາກນັ້ນ ທ່ານ ວ່າງເຢຍ ໄຊນາລໍ່ ໄດ້ຂຶ້ນເຜີຍແຜ່ເອກະສານວຽກງານພາສີ ແລະ ວຽກງານສ່ວຍສາອາກອນ ຊຶ່ງໄດ້ກຳນົດວິທີຄິດໄລ່ຄ່າພາສີ-ອາກອນ, ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ອາກອນລາຍໄດ້, ອາກອນທີ່ດິນ, ຄ່າທຳນຽມ, ຄ່າບໍລິການ ແລະ ຄ່າທຳນຽມທາງ ຊຶ່ງພາສີ ແມ່ນພັນທະເປັນເງິນທີ່ມອບໃຫ້ລັດ ໂດຍບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ດຳເນີນການນຳເຂົ້າ-ສົ່ງອອກ, ການຜ່ານດ່ານ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງຜ່ານດ່ານຊາຍແດນ ຕາມອັດຕາທີ່ໄດ້ກຳນົດໄວ້, ການເສຍອາກອນ ແມ່ນການຊ່ວຍຊາດພັດທະນາ. ອາກອນກຳເນີດເກີດຂຶ້ນ ຍ້ອນຄວາມຈຳເປັນພາວະວິໃສ ທີ່ຕິດພັນກັບການກຳເນີດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງລັດ. ທັງນີ້ກໍເພື່ອເຮັດໃຫ້ຖືກຕ້ອງຕາມຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການປະຕິບັດພັນທະ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້. ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນ, ປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ ໃນການປະຕິບັດພັນທະເສຍພາສີ-ອາກອນ ເພື່ອແນໃສ່ການຮັບປະກັນການປະຕິບັດພັນທະໃຫ້ຖຶກຕ້ອງຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ ທີ່ຖືກຮັບຮອງໃນແຕ່ລະໄລຍະມີຄວາມສັກສິດ ແລະ ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຢ່າງມີຄວາມຍຸຕິທໍາ ແລະ ເປັນເອກະພາບ  ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ງົບປະມານ-ການເງິນພາກລັດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191