ສູນກາງແນວລາວສ້າງຊາດ

Lao Front For National Development

ການນຳສູນກາງແນວລາວສ້າງຊາດ ເຄື່ອນຊຸກຍູ້ວຽກງານຢູ່ແຂວງອຸດົມໄຊ

     ໃນລະຫວ່າງວັນທີ 30-31 ພຶດສະພາ 2024 ນີ້ ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອຸດົມໄຊ.​
     ໃນວາລະການເຄື່ອນໄຫວຄະນະໄດ້ເຂົ້າພົບປະຢ້ຽມ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັງການ ແຂວງອຸດົມໄຊ ເພື່ອລາຍງານຈຸດປະສົງການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ໃຫ້ທ່ານໄດ້ຮັບຊາບ. ພ້ອມກັນນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ໄດ້ພົບປະກັບແນວລາວສ້າງຊາດແຂວງ, ບັນດາພະແນກການອ້ອມຂ້າງ ຂອງແຂວງ ແລະ ໄດ້ຮັບຟັງງການລາຍງານກ່ຽວກັບຜົນງານການເຄື່ອນໄຫວ ຈັດຕ້ງປະຕິບັດວຽກງານ ຂອງແນວລາວສ້າງຊາດແຂວງ ໃນໄລຍະຜ່ານມາໂດຍຫຍໍ້ຈາກ ທ່ານ ວັນນາ ແກ້ວສັນຕິ ປະທານແນວລາວສ້າງຊາດແຂວງອຸດົມໄຊ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ອົງການແນວລາວສ້າງຊາດແຂວງ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍວຽກງານການພົວພັນຮ່ວມມື ກັບຕ່າງປະເທດ, ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຢູ່ພາຍໃນແຂວງ ມີຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະກັນ ປະກອບສ່ວນເຂົ້າໃນຂະບວນການຕ່າງໆ ຂອງພັກ-ຂອງລັດ ເປັນຕົ້ນແມ່ນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ແລະ ສອງວາລະແຫ່ງຊາດ. ຫລັງຈາກນັ້ນ, ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ປະກອບຄຳຄິດເຫັນແລກປ່ຽນຕໍ່ວຽກງານການພົວພັນຕ່າງປະເທດ ແລະວຽກງານກອງທຶນ ຕື່ມອີກ.
ທ່ານຮອງປະທານສູນກາງແນວລາວສ້າງຊາດ ບໍປະຈໍາການ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ພົ້ນເດັ່ນ ຂອງແນວລາວສ້າງຊາດແຂວງ ໃນໄລຍະຜ່ານມາ ແລະ ທ່ານ ໄດ້ຮຽກຮ້ອງຕື່ມວ່າ ໃຫ້ແນວລາວສ້າງຊາດແຂວງ ສົມທົບກັບພະແນກການທີ່ກ່ຽວຂ້ອງ ສືບຕໍ່ສຶກສາຄົ້ນຄວ້າ ແລະ ສ້າງຕັ້ງກອງທຶນສາມັກຄີພັດທະນາ ໃຫ້ເກີດຂຶ້ນ; ສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານການພົວພັນຮ່ວມມື ກັບຕ່າງປະເທດ ເປັນຕົ້ນແມ່ນດ້ານການລົງທຶນທາງດ້ານກະສິກຳ ເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ ແລະ ສາມາດພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ພ້ອມກັນນີ້, ຄະນະກໍ່ໄດ້ລົງພົບປະຢ້ຽມຢາມເຮັດວຽກຢູ່ເມືອງນາໝໍ້ ແລະ ເຂົ້າຮ່ວມພິທີປູກຕົ້ນໄມ້ ທີ່ສຸສານນັກຮົບປະຕິວັດ ແຂວງອຸດົມໄຊ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.
ຂ່າວ: ເຢ
ບກ: ຈິດຕະພົງ
 
info@lfnd.org.la | 021 213754 | (856-21) 453191