ສູນກາງແນວລາວສ້າງຊາດ

Lao Front For National Development

ການລົງເຜີຍແຜ່ຄູ່ມື ປຸກລະດົມ ການປະຕິບັດພັນທະເສຍພາສີ,ອາກອນໃຫ້ລັດ ແລະ ລົງຊຸກຍູ້ວຽກງານແນວໂຮມ

          ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງການເງິນ ເຂົ້າສູ່ພາກປະຕິບັດຕົວຈິງ,ແນວລາວສ້າງຊາດ ແຂວງຮ່ວມກັບພະແນກການເງິນ ແຂວງໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນ ໃຫ້ລັດ ຂຶ້ນໃນວັນທີ 14 ພຶດສະພາ 2024 ຢູ່ຫ້ອງວ່າການປົກຄອງເມືອງວຽງຄໍາ ໂດຍການເປັນປະທານຂອງທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ; ມີທ່ານ ເທບພະໄທ ແກ້ວເຂັມເພັດ ປະທານແນວລາວສ້າງຊາດແຂວງ, ມີທ່ານ ວອນ ວໍລະສານ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງວຽງຈັນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະກຳມະການແນວລາວສ້າງຊາດແຂວງ 4 ເມືອງທົ່ງພຽງ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.
          ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນເອກະສານທີ່ສຳຄັນ ຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະ ກົດໝາຍຂົງເຂດສ່ວຍສາອາກອນ, ການຊໍາລະພາສີ-ອາກອນ ແລະ ເອກະສານປະເທດລາວຄົນລາວເປັນເຈົ້າຂອງ, ໃນກອງປະຊຸມ, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການເສຍພັນທະພາສີອາກອນໃຫ້ລັດແມ່ນການສະແດງອອກເຖິງຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ຕ້ອງມີພັນທະປະກອບສ່ວນປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ,ແນໃສ່ແກ້ໄຂບັນຫາການຮົ່ວໄຫຼ, ການລັກລອບພາສີ-ອາກອນ ເພື່ອປະກອບສ່ວນໃນການຜັນຂະຫຍາຍ 2 ວາລະແຫ່ງຊາດ.ການເສຍພາສີ, ອາກອນຍັັງແມ່ນ 1 ໃນ 3 ພັນທະພື້ນຖານຂອງພົນລະເມືອງລາວຄື: ພົນລະເມືອງລາວມີພັນທະເຄົາລົບລັດຖະທໍາມະນູນ, ລະບຽບກົດໝາຍຢ່າງເຂັ້ມງວດ; ພົນລະເມືອງລາວມີພັນທະເສຍພາສີ, ອາກອນຕາມລະບຽບກົດໝາຍວາງອອກ.
      ຫຼັງຈາກນັ້ນທ່ານ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະຍັງໄດ້ພົບປະໂອ້ລົມ, ກຳມະການແນວລາວສ້າງຊາດແຂວງ, ປະທານ, ຮອງປະທານແນວລາວສ້າງຊາດແຂວງ, ປະທານແນວລາວສ້າງຊາດເມືອງ ແລະ ພະນັກງານ-ລັດຖະກອນ ຂອງແນວລາວສ້າງຊາດແຂວງ, ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໂດຍສະເພາະໄດ້ເອົາໃຈໃສ່ຕໍ່ວຽກງານສາສະໜາ, ວຽກງານຊົນເຜົ່າ, ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ວຽກງານໂຄສະນາ-ຂະບວນການ. ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ທິດທາງແຜນການໃນຕໍ່ໜ້າ.
       ໂອກາາດນີ້ ທ່ານ ດຣ ຈັນເພັງ ສຸດທິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທ່ານໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ຄະນະປະຈໍາ, ກຳມະການແນວລາວສ້າງຊາດແຂວງ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກງານ-ລັດຖະກອນຂອງແນວລາວສ້າງຊາດແຂວງ, ເມືອງ ຕ້ອງເປັນເຈົ້າການ ໃນການຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນມະຕິຕ່າງໆຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຜູ້ແທນແນວລາວສ້າງຊາດທົ່ວປະເທດ ເວົ້າລວມ; ເວົ້າສະເພາະແມ່ນເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວສ້າງຊາດ ໃຫ້ເປັນອັນລະອຽດ, ຈະແຈ້ງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນດີ ແນໃສ່ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຄວາມຕື່ນຕົວ, ນ້ຳໃຈຮັກຊາດ ຂອງປະຊາຊົນບັນດາເຜົ່າ ລວມທັງພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດ້ວຍການປູກລະດົມປວງຊົນລາວທັງຊາດ, ຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ບັນລຸຜົນເປັນຈິງ ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ວັນສຳຄັນຕ່າງໆຂອງຊາດ, ຂອງພັກໃນປີ 2025 ໃຫ້ເປັນຂະບວນການຟົດຟື້ນ, ເປັນຮູບປະທຳຕົວຈິງ.
 
info@lfnd.org.la | 021 213754 | (856-21) 453191