ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນຳ ສນຊ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຫລວງພະບາງ

    ວັນທີ 3 ມິຖຸນາ 2024, ທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຂອງແນວລາວສ້າງຊາດ ຢູ່ແຂວງຫລວງພະບາງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດ ແຂວງຫລວງພະບາງ ພ້ອມດ້ວຍບັນດາ ທ່ານຮອງປະທານ, ພະນັກງານ-ລັດຖະກອນ ຂອງແນວລາວສ້າງຊາດແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ຂອງແຂວງ ເຂົ້າຮ່ວມ.
     ທ່ານ ປະທານ ແນວລາວສ້າງຊາດແຂວງ ໄດ້ລາຍງານກ່ຽວກັບໂຄງຮ່າງການຈັດຕັ້ງ ຂອງແນວລາວສ້າງຊາດແຂວງ, ຜົນງານການເຄື່ອນໄຫວ ຂອງແນວລາວສ້າງຊາດແຂວງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າແນວລາວສ້າງຊາດ ໄດ້ເອົາໃຈໃສ່ສຶກສາອົບຮົມ ປະຊາຊົນລາວບັນດາເຜົ່າ ໃຫ້ຮັກສາມູນເຊື້ອຄວາມສາມັກຄີ ເປັນປຶກແຜ່ນ ທົ່ວປວງຊົນ, ເສີມຂະຫຍາຍມູນເຊື້ອຮັກຊາດ, ເອົາໃຈໃສ່ຊຸກຍູ້ໃຫ້ປະກອບສ່ວນ ເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕິດພັນກັບ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ເປັນຂະບວນການຢ່າງຟົດຟື້ນ ມາຮອດປະຈຸບັນປະກາດຮັບຮອງຄອບຄົວ ສາມັກຄີປອງດອງໄດ້ 68.527 ຄອບຄົວ, ບ້ານສາມັກຄີປອງດອງ 654 ບ້ານ ກວມ 86,74% ແລະ ແນວລາວສ້າງຊາດແຂວງ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ວຽກງານພົວພັນຕ່າງປະເທດ ຕາມຂົງເຂດທີ່ຕົນເອງຮັບຜິດຊອບເປັນປົກກະຕິ. ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຕື່ມອີກ.
    ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຄະນະກຳມະການ ແນວລາວສ້າງຊາດແຂວງ ສາມາດຍາດໄດ້ ແລະ ທ່ານ ໄດ້ທົບທວນຄືນຜົນສຳເລັດ ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນເດືອນມີນາ ທີ່ຜ່ານມາ ແລະ ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ວຽກງານ ກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ໃຫ້ເກີດຂື້ນ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ ແລະ ໃຫ້ແນວລາວສ້າງຊາດແຂວງ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ຂອງແຂວງ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍໃນຂົງເຂດວຽກງານການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ແຂງແຮງກວ່າເກົ່າ. ພ້ອມກັນນີ້, ຄະນະກໍໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ພົວ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫລວງພະບາງ ຕື່ມອີກ.
ຂ່າວ: ເຢ
ບກ: ອິນທະຫວາ
 
info@lfnd.org.la | 021 213754 | (856-21) 453191