ສູນກາງແນວລາວສ້າງຊາດ

Lao Front For National Development

ຊຸກຍູ້ວຽກງານຕິດຕາມກວດກາ ຂອງແນວລາວສ້າງຊາດແຂວງຄໍາມ່ວນ

ໃນລະຫວ່າງ ວັນທີ 15-18 ກໍລະກົດ 2024,  ທ່ານ ນາງ ສີພະຈັນ ນັນທະວົງສາ ກຳມະການປະຈໍາພັກ, ປະທານກວດກາພັກ-ລັດ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍ ຫົວໜ້າຄະນະທີ່ປຶກສາ ວຽກງານຍຸຕິທຳ ແລະ ກົດໝາຍ, ກຳມະການສູນກາງແນວລາວສ້າງຊາດ, ລົງເຄື່ອນໄຫວຊຸກຍູ້ການປະຕິບັດແນວທາງ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ຢູ່ແຂວງຄໍາມ່ວນ ໄດ້ພົບປະຢ້ຽມຢາມການນໍາແຂວງ, ເມືອງ ດັ່ງກ່າວ; ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວ ໂດຍມີການເຂົ້າຮ່ວມຂອງຄະນະນໍາແນວລາວສ້າງຊາດຂອງແຂວງ, ເມືອງ.

ໃນໂອກາດທີ່ໄດ້ລົງມາຢ້ຽມຢາມຄັ້ງນີ້; ໄດ້ຮັບຟັງຄໍາຄິດ, ຄໍາເຫັນ ແລະ ແລກປ່ຽນບົດຮຽນນໍາພະນັກງານຫຼັກແຫຼ່ງ ຂອງແນວລາວສ້າງຊາດແຂວງ, ເມືອງມະຫາໄຊ, ເມືອງໄຊບົວທອງ ແລະ ໄດ້ລົງພົບປະຢ້ຽມຢາມປະຊາຊົນ ບ້ານນາຄໍາຈວງ ເມືອງໄຊບົວທອງ ທີ່ເປັນແບບຢ່າງໃນການສ້າງຕັ້ງກອງທຶນສາມັກຄີພັດທະນາຂອງບ້ານ ແລະ ແນວລາວສ້າງຊາດ.

ພ້ອມດຽວກັນນັ້ນ, ທ່ານກໍ່ຍັງໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ແນວລາວສ້າງຊາດ ແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີນໍາພາຈັດຕັ້ງປະຕິບັດມະຕິ ທີ XI ຂອງພັກ, ເອົາໃຈໃສ່ເນື້ອໃນ 4 ຫັນປ່ຽນຂອງແນວລາວສ້າງຊາດ ຕາມຄໍາແນະນໍາ ສະບັບເລກທີ 009/ສນຊ, ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ປຸກລະດົມຂົນຂວາຍ ປະຊາຊົນ, ຊັ້ນຄົນຕ່າງໆໃຫ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ດ້ວຍການເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍົກສູງພາລະບົດບາດ, ຄວາມຮັບຜິດຊອບ ແລະ ຄວາມສາມາດຂອງກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ດ້ວຍການປະສານສົມທົບກັບອົງການພາຄີຂອງຕົນ ເພື່ອຮັບປະກັນໃຫ້ໄດ້ເຄື່ອນໄຫວເປັນລະບົບ ແລະ ສ້າງຄວາມສາມາດໃນການຕິດຕາມ  ສະພາປະຊາຊົນແຂວງ ແລະ ສະມາຊິກສະພາດັ່ງກ່າວ ລວມທັງອົງການພາຄີ, ອົງການຈັດຕັ້ງສັງຄົມ, ຄະນະພັກ, ອົງການປົກຄອງຂັ້ນຂອງຕົນໃຫ້ສູງຂື້ນເທື່ອລະກ້າວ; ໃນໄລຍະການຈັດຕັ້ງປະຕິບັດມະຕິຂອງພັກ, ຂອງແນວລາວສ້າງຊາດກາງສະໄໝ ສະນັ້ນ, ແນວລາວສ້າງຊາດສຸມໃສ່ການຈັດຕັ້ງປະຕິບັດມະຕິດັ່ງກ່າວໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ມີຄວາມກຽມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ສອດຄ່ອງຕາມຈິດໃຈຊີ້ນໍາຂອງຂັ້ນເທິງໃຫ້ໄດ້ຮັບຜົນດີ.

info@lfnd.org.la | 021 213754 | (856-21) 453191