ສູນກາງແນວລາວສ້າງຊາດ

Lao Front For National Development

ທົບທວນການຈັດຕັ້ງປະຕິບັດໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ

       ສູນກາງແນວລາວສ້າງຊາດ (ສນຊ) ແລະ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໄລຍະປີ 2017-2023 ຂຶ້ນວັນທີ 21 ພຶດສະພາ 2024 ຢູ່ ສນຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສນຊ ແລະ ທ່ານ ອ໊ອດ ພົງສະຫວັນ ຮອງປະທານ ສນຊ (ບໍ່ປະຈໍາການ), ມີບັນດາປະທານ,ຮອງປະທານແນວລາວສ້າງຊາດ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານຂອງກຸ່ມບໍລິສັດ ພົງສະຫວັນ ຈໍາກັດ, ຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການກອງທຶນບ້ານສາມັກຄີ ແລະ ພັດທະນາ ຂອງແນວລາວສ້າງຊາດຂັ້ນສູນກາງ ແລະ ບັນດາແຂວງທີ່ມີກອງທຶນ ເຂົ້າຮ່ວມ.
       ນັບແຕ່ປີ 2017 ຮອດປັດຈຸບັນ ໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໄດ້ມຸ່ງໝັ້ນຊ່ວຍເຫຼືອປະຊາຊົນ ສ້າງເສດຖະກິດຄອບຄົວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຫຼຸດພົ້ນຈາກຄວາມທຸກຍາກ ໂດຍການດໍາເນີນນະໂຍບາຍສົ່ງເສີມຊ່ວຍເຫຼືອປະຊາຊົນດ້ວຍ 3 ມາດຕະການຢ່າງເປັນຮູບປະທໍາ ເຊັ່ນ: ດໍາເນີນນະໂຍບາຍສະໜອງທຶນດອກເບ້ຍຕໍ່າໃຫ້ກອງທຶນບ້ານ, ໃຫ້ການຊ່ວຍເຫຼືອດ້ານວິຊາການດ້ວຍການຝຶກອົບຮົມແນະນໍາດ້ານເຕັກນິກວິຊາການດ້ານການບໍລິຫານກອງທຶນ, ດ້ານການຜະລິດກະສິກໍາເປັນສິນຄ້າ ແລະ ການນໍາໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດຂອງສະມາຊິກກອງທຶນ, ຊ່ວຍດ້ານການຕະຫຼາດ ການເກັບຊືື້ຜົນຜະລິດຈາກກອງທຶນ ເພື່ອສະໜອງໃຫ້ຕະຫຼາດ; ໂຄງການສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ແນວລາວສ້າງຊາດ ມີ 44 ບ້ານ 28 ເມືອງ ໃນ 11 ແຂວງ ລວມທັງນະຄອນຫຼວງວຽງຈັນ ໃນນີ້ຢູ່ແຂວງຫົວພັນ 5 ກອງທຶນ, ແຂວງໄຊຍະບູລີ 3 ກອງທຶນ, ໄຊສົມບູນ 1 ກອງທຶນ ແລະ ນະຄອນຫຼວງວຽງຈັນ 1 ກອງທຶນ ບໍລິຄໍາໄຊ 1 ກອງທຶນ, ຄໍາມ່ວນ 2 ກອງທຶນ, ສະຫວັນນະເຂດ 20 ກອງທຶນ, ສາລະວັນ 3 ກອງທຶນ ,ຈໍາປາສັກ 5 ກອງທຶນ, ເຊກອງ 2 ກອງທຶນ ແລະ ແຂວງອັດຕະປື 1 ກອງທຶນ. ບັນດາຄະນະຮັບຜິດຊອບກອງທຶນໄດ້ລາຍງານການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວບໍລິການສະໜອງສິນເຊື່ອໄລຍະສັ້ນ, ກາງ ແລະ ໄລຍະຍາວ ດອກເບ້ຍຕ່ຳໃຫ້ປະຊາຊົນຢ່າງກວ້າງຂວາງ, ໄດ້ສະໜອງສິນເຊື່ອຈັດຊື້ພາຫະນະ ,ສະໜອງປຸ໋ຍ, ແນວພັນພືດ, ຢາປາບສັດຕູພືດ, ລະບົບນໍ້າຢອດແບບໂອໂຕມາຕິກ, ມີສູນກະສິກໍາຕົວແບບ 8 ແຫ່ງ, ໄດ້ສົ່ງເສີມປະຊາຊົນດໍາເນີນໂຄງການປິ່ນອ້ອມ ອັນພົ້ນເດັ່ນແມ່ນໂຄງການຕ້ານແລ້ງ-ຕ້ານຖ້ວມ ທີ່ສົ່ງເສີມປະຊາຊົນລ້ຽງປາເປັນອາຊີບ ຂຸດໜອງປາ 38 ບໍ່ ແລະ ສະໜອງລູກປາໃຫ້ສະມາຊິກ 213.380 ໂຕ; ໂຄງການນາໄຮ່ໃຫຍ່ມີເນື້ອທີ່ການຜະລິດ 600 ກວ່າເຮັກຕາ ສໍາເລັດການບຸກເບີກ 300 ເຮັກຕາ, ສົ່ງເສີມຊາວນາຜະລິດເຂົ້າເປັນສິນຄ້າ ແລະ ສ້າງເປັນຕົວແບບໃຫ້ແຂວງອື່ນ; ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານ 7 ແຫ່ງຢູ່ແຂວງສະຫວັນນະເຂດ ມູນຄ່າ 1,65 ຕື້ກີບ; ສົ່ງເສີມຜູ້ປະກອບການລ້ຽງສັດ ເຊັ່ນ: ຟາມໝູແຂວງໄຊຍະບູລີ 5,862 ໂຕ, ແຂວງຈໍາປາສັກ 6,650 ໂຕ ແລະ ກຸ່ມລ້ຽງໄກ່ແຂວງສະຫວັນນະເຂດ ມີ 1 ພັນກວ່າໂຕ; ສົ່ງເສີມການເຮັດສວນກາເຟ ໂດຍກອງທຶນບ້ານສາມັກຄີແນວລາວສ້າງຊາດ ບ້ານພູໂອຍ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ເກັບຊື້ເມັດກາເຟນໍາປະຊາຊົນມາແປຮູບ ແລະ ສົ່ງອອກເປັນຄູ່ຄ້າ-ຂາຍໃຫ້ຕ່າງປະເທດ. ພ້ອມກັນນີ້, ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ກໍ່ໄດ້ເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບການສືບຕໍ່ຮ່ວມມືດຳເນີນໂຄງການກອງທຶນສາມັກຄີ ແລະ ພັດທະນາ ຂອງແນວລາວສ້າງຊາດ ແຕ່ປີ2024 ຫາ ປີ 2028.
       ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ປະທານສູນກາງແນວລາວສ້າງຊາດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຮັບຜິດຊອບໂຄງການ ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ທັງສອງຝ່າຍສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳ ທີ່ໄດ້ລົງນາມຮ່ວມກັນໃນຄັ້ງນີ້ລົງສູ່ວຽກງານຕົວຈີງໃຫ້ເກີດດອກອອກຜົນ; ສຶບຕໍ່ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງທຶນ ໂດຍສະເພາະແມ່ນຈັດຕັ້ງປະຕິບັດວຽກງານຕິດພັນກັບ 4 ການເສີມສ້າງຂອງແນວລາວສ້າງຊາດ ເພື່ອເຮັດໃຫ້ໂຄງການມີຄວາມຍືນຍົງ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ; ສືບຕໍ່ຊຸກຍູ້ໃຫ້ປະຊາຊົນ ແລະ ຜູ້ປະກອບການທີ່ມາຮັບໃຊ້ການບໍລິການກອງທຶນ ເຮັດການຜະລິດເປັນກຸ່ມ ເພື່ອເຮັດໃຫ້ສາມາດກາຍເປັນສິນຄ້າສົ່ງອອກທາງພາຍໃນ ແລະ ຕ່າງປະເທດ ແກ້ໄຂເສດຖະກິດຄອບຄົວ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ຂ່າວ+ພາບ: ເຢ
ບກ: ກົງແກ້ວ
 
info@lfnd.org.la | 021 213754 | (856-21) 453191