ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ເຂົ້່າຮ່ວມກອງປະຊຸມພົບປະ ລະຫວ່າງພາກລັດ ແລະ ພາກທຸລະກິດ ຢູ່ແຂວງອຸດົມໄຊ

     ວັນທີ 8 ພຶດສະພາ 2024 ທີ່ສະໂມສອນແຂວງອຸດົມໄຊ ໄດ້ດໍາເນີນກອງປະຊຸມພົບປະລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອເປັນການດຶງດູດການລົງທຶນພາຍໃນແຂວງອຸດົມໄຊ ໂດຍການເຂົ້າຮ່ວມ ຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳແຂວງອຸດົມໄຊ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ຕາງຫນ້າບັນດາກົມຈາກສູນກາງຕະຫລອດຮອດການນຳຂອງແຂວງ, ນັກທຸລະກິດ, ຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດຳເນີນທຸລະກິດ ຢູ່ ພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ.
     ທ່ານຮອງເຈົ້າແຂວງອຸດົມໄຊ ໄດ້ລາຍງານສະພາບລວມກ່ຽວກັບການລົງທຶນ ພາກເອກະຊົນ ຢູ່ແຂວງອຸດົມໄຊ ປີ 2023 ຜ່ານມາ ຊຶ່ງມີການລົງທຶນທັງຫມົດ 139 ໂຄງການ, ມູນຄ່າ 652.227.516,65 ໂດລາສະຫະລັດ ໂດຍສູນກາງເຊັນສັນຍາ ຈຳນວນ 21 ໂຄງການ, ແຂວງອຸດົມໄຊ 118 ໂຄງການ ໃນນີ້, ຂະແຫນງກະສິກຳ 47 ໂຄງການ, ອຸດສາຫະກຳ ແລະ ຫັດຖະກຳ 11 ໂຄງການ, ບໍ່ແຮ່ 39 ໂຄງການ, ພະລັງງານໄຟຟ້າ 4 ໂຄງການ ແລະ ຂະແຫນງບໍລິການ 38 ໂຄງການ, ປັດຈຸບັນກຳລັງຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນການສຶກສາສຳຫລວດຄວາມເປັນໄປໄດ້ ຈຳນວນ 17 ໂຄງການ ຂັ້ນສູນກາງລົງນາມ 9 ໂຄງການ ແລະ ຂັ້ນແຂວງ 8 ໂຄງການ (ຂະແຫນງກະສິກໍາ 2 ໂຄງການ, ອຸດສາຫະກຳ 2 ໂຄງການ, ບໍ່ແຮ່ 3 ໂຄງການ, ພະລັງງານໄຟຟ້າ 4 ໂຄງການ, ບໍລິການ 2 ໂຄງການ, ໂຍທາທິການ ແລະ ຂົນສົ່ງ 3 ໂຄງການ ແລະ ເຂດເສດຖະກິດພິເສດ 1 ໂຄງການ). ພາກທຸລະກິດຜູ້ປະກອບການ ໄດ້ມີຄວາມເຫັນຢ່າງກົງໄປກົງມາກ່ຽວກັບການເຄື່ອນໄຫວດຳເນີນກິດຈະການໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍບາງບັນຫາ ແລະ ທິດທາງແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ຫນ້າລວມທັງຂໍ້ສະເຫນີຈໍານວນໜຶ່ງທີ່ກ່ຽວຂ້ອງກັບພາກລັດທັງຂັ້ນສູນກາງ ແລະ ຂັ້ນແຂວງ ໃນການແກ້ໄຂຕໍ່ຫນ້າ ແລະ ພາກລັດກໍໄດ້ມີຄວາມຄຳເຫັນແລກປ່ຽນພ້ອມທັງຊີ້ແຈ້ງບາງບັນຫາ ເພື່ອເຮັດໃຫ້ທຸກພາກສ່ວນ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເລັດຕາມລະດັບຄາດຫມາຍ.
     ໂອກາດດັ່ງກ່າວທ່ານປະທານສູນກາງແນວລາວສ້າງຊາດ ໄດ້: “+ ສະແດງຄວາມຊົມເຊີຍຕໍ່ຜົນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນສະໄໝທີ IX ເຫັນວ່າມີໝາກມີຜົນ, ຫຼາຍໂຄງການໄດ້ຮັບຜົນສໍາເລັດ ແລະ ຊົມເຊີຍບັນດາທ່ານນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຕັດສິນໃຈລົງທຶນຢູ່ແຂວງອຸດົມໄຊ, ເຊື່ອວ່າການປຶກສາຫາລືເທື່ອນີ້ຈະເຮັດໃຫ້ຫຼາຍທ່ານສະໝັກໃຈລົງທຶນຫຼາຍຂຶ້ນ; + ຜົນໄດ້ຮັບຈາກການປຶກສາຫາລືເທື່ອນີ້ເຫັນວ່າເປັນປະໂຫຍດຫຼາຍ, ຊຶ່ງໄດ້ຮູ້ແນວຄວາມຄິດ, ຈິນຕະນາການ ໃນບັນດາໂຄງການຕ່າງໆ, ຜ່ານມາແຂວງອຸດົມໄຊກໍ່ໄດ້ຮັບການພັດທະນາ ແລະ ຕໍ່ໜ້ານີ້ຢາກພັດທະນາຕ້ອງລົງທຶນໃຫ້ຖືກທິດຖືກທາງເພື່ອການພັດທະນາໄດ້ຮັບການເຕີບໂຕໄວ (GDP 3% ໃດຈະເຮັດໃຫ້ຫຼຸດຜ່ອນຄວາມທຸກຍາກລົງ 1%); + ການພັດທະນາຕ້ອງຖືເອົາສິ່ງແວດລ້ອມເປັນຫຼັກ, ສ້າງໃຫ້ເປັນສີຂຽວ, ສ້າງເມືອງໜ້າຢູ່, ບ້ານໜ້າຢູ່ ແລະ ເທດສະບານໜ້າຢູ່; + ຮຽກຮ້ອງນັກລົງທຶນທັງຫຼາຍ ໃຫ້ນໍາເອົາການປຶກສາຫາລືເປັນຂໍ້ມູນສໍາຄັນໃນການລົງທຶນຢູ່ແຂວງອຸດົມໄຊຕໍ່ໄປໃຫ້ນັບມື້ນັບຫຼາຍ ແລະ ທັງຍົກລະດັບການພັດທະນາໃຫ້ດີກວ່າເກົ່າ.
info@lfnd.org.la | 021 213754 | (856-21) 453191