ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດຕ້ອນຮັບຜູ້ຕາງໜ້າອົງການ Unicef ປະຈຳ ສປປ ລາວ

     ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວ ລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບ ຂອງ ທ່ານ ນ. ເພຍ ຣີເບລໂລ ບຣິດໂຕ ( Pia Rebello Britto) ຜູ້ຕາງໜ້າອົງ ການ Unicef ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2024 ທີ່ ສູນກາງແນວລາວສ້າງຊາດ .
     ທ່ານ ນ. ເພຍ ຣີເບລໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານສູນກາງແນວ ລາວສ້າງຊາດ ທີ່ໄດ້ເສຍສະຫຼະເວລາອັນມີຄ່າມາຕ້ອນຮັບທ່ານພ້ອມດ້ວຍຄະນະໃນຄັ້ງນີ້ ແລະ ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ ສູນກາງແນວລາວສ້າງຊາດ ທີ່ ໄດ້ໃຫ້ຄວາມຮ່ວມມືຕະຫຼອດ ໄລຍະຜ່ານມາເປັນຕົ້ນແມ່ນການປຸກລະດົມການສັກຢາກັນພະຍາດ ແມ່-ເດັກ ເຫັນວ່າມີຄວາມສຳ ເລັດ ແລະ ສາມາດບັນລຸຕາມລະດັບຄາດໝາຍ.
      ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍີນດີຕ້ອນຮັບທ່ານ ນ. ເພຍ ຣີເບລໂລ ບຣິດໂຕ ພ້ອມດ້ວຍຄະນະ ແລະ ສະແດງຄວາມຂອບໃຈ, ຊົມເຊີຍຕໍ່ອົງການ Unicef ທີ່ໄດ້ໃຫ້ການຊ່ວຍເຫຼືອເບິ່ງແຍງດ້ານສຸຂະພາບແມ່ ແລະ ເດັກຢ ຢູ່ ສປປ ລາວ ສຳລັບສູນກາງແນວລາວສ້າງຊາດ ແມ່ນຍີນດີໃຫ້ຄວາມຮ່ວມມືໃນດ້ານວຽກງານຕ່າງໆຕາມພາລະບົດບາດ ແລະ ເງື່ອນໄຂ. ພ້ອມກັນນີ້, ທ່ານປະ ທານສູນກາງແນວລາວສ້າງຊາດ ໄດ້ໃຫ້ຮູ້ເຖິງພາລະບົດບາດ, ສິດ-ໜ້າທີ່ ແລະ ການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ເແລະ ທ່ານໄດ້ກ່າວອິກວ່າ: ຫວັງຢ່າງຍີ່ງວ່າໃນຕໍ່ໜ້ານີ້ ແມ່ຍິງລາວ ແລະ ເດັກນ້ອຍລາວ ຈະໄດ້ຮັບການສົ່ງເສີມຄວາມກ້າວໜ້າ ແລະ ສຸຂະພາບແຂງແຮງຂຶ້ນເລື້ອຍໆ.
ບກ: ແພງພັນ
ຂ່າວ-ພາບ: ເລົ່າລໍ່
info@lfnd.org.la | 021 213754 | (856-21) 453191