ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານ ສນຊ ເຂົ້າຮ່ວມພິທີເປີດສູນຝຶກອົບຮົມວິຊາຊີບ ຢູ່ເມືອງປາກງື່ມ

     ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມ ພິທີເປີດສູນຝຶກອົບຮົມວິຊາຊີບ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ມີ ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງໆປາກງື່ມ, ທ່ານ ຈາວເວິນຢູ່ ທີ່ປຶກສາດ້ານການຄ້າ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ, ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ເມືອງ, ທະຫານ, ຕໍາຫຼວດ ນັກທຸລະກິດ ພ້ອມດ້ວຍຄູອາຈານ ນັກຮຽນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ ທີ່ສູນຝຶກອົບຮົມວິຊາຊີບ ບ້ານພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ວັນທີ 1 ມີຖຸນາ 2024;
     ໂຄງການກໍ່ສ້າງສູນຝຶກອົບຮົມວິຊາຊີບນີ້ແມ່ນສ້າງເພື່ອຜູ້ດ້ອຍໂອກາດ ເຊິ່ງຕັ້ງຢູ່ບ້ານພ້າວ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໄດ້ດໍາເນີນການກໍ່ສ້າງອາຄານໂຮງຮຽນ ມາແຕ່ປີ 2021 ແລະ ຮອດທ້າຍປີ 2023 ແມ່ນໄດ້ສໍາເລັດສ່ວນໃຫຍ່, ສູນດັ່ງກ່າວໂດຍໄດ້ຮັບທຶນອຸປະຖຳຫຼັກ ຈາກຄອບຄົວ ຄຸດໄພທູນ ແລະ ຍາດຕິພີນ້ອງ, ຮ່ວມກັບບັນດານັກທຸລະກິດທາງພາຍໃນ ແລະ ຕ່າງປະເທດ ເຊີ່ງເປັນອາຄານຊັ້ນດຽວ ປະກອບມີຫ້ອງຮຽນ ຈໍານວນ 7 ຫ້ອງ, ຫ້ອງການ 1 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງພັກພະນັກງານ 2 ຫ້ອງ, ໂຮງອາຫານ 1 ຫຼັງ, ຫໍພັກຄູ-ນັກຮຽນຈໍານວນ 10 ຫ້ອງ ແລະ ຫ້ອງນໍ້າຊາຍ 2 ຫ້ອງ, ຫ້ອງນ້ຳຍິງ 2 ຫ້ອງ. ໄດ້ນໍາໃຊ້ລະບົບໄຟຟ້າແສງຕາເວັນ ( Solar Panel ) ຈຳນວນ 102 ແຜ່ນ, ສຳຮອງໄວ້ 2 ແຜ່ນ, ກຳລັງໄຟຟ້າປະມານ 45.000 W ສຳລັບຄ່າອອກແບບ, ການປະກອບເຟີນິເຈີ, ອຸປະກອບຮັບໃຊ້, ຄອມພິວເຕີ, ແລະ ສິ່ງອຳນວຍຄວາມສະດວກອື່ນໆ ແມ່ນໄດ້ຮັບການອຸປະຖຳຈາກຫຼາຍພາກສ່ວນ ທີ່ເປັນບຸກຄົນ, ນິຕິບຸກຄົນ ທັງພາກລັດ, ເອກະຊົນ.
     ຈຸດປະສົງຕົ້ນຕໍຂອງໂຄງການ ເພື່ອດືງເອົາ ຄູອາຈານ, ຊ່ຽວຊານພາຍໃນປະເທດ ແລະ ຕ່າງປະເທດ ເຂົ້າມາສິດສອນວິຊາຄວາມຮູ້ໃຫ້ຜູ້ດ້ອຍໂອກາດ, ພໍ່ແມ່ ປະຊາຊົນ ແລະ ຜູ້ທີ່ຢາກສຶກສາຮ່ຳຮຽນຍົກລະດັບຄວາມຮູ້, ແຕ່ລະວິຊາຕ່າງໆເຊັ່ນ: ດ້ານກະສິກຳ, ຫັດຖະກຳ, ພາສາ, ຄອມພິວເຕີ ແລະ ອື່ນໆ. ເພື່ອໃຫ້ມີສີມືແຮງງານທີ່ຜ່ານການຝຶກອົບຮົມສາມາດສ້າງອາຊີບດ້ວຍໂຕເອງໄດ້ ແລະ ໄປຍົກລະດັບອາຊີບຂອງຕົນເອງໃຫ້ດີຂື້ນກ່ວາເກົ່າ. ຢາກໃຫ້ພໍ່ແມ່ປະຊາຊົນ ແລະ ລູກຫຼານຜູ້ທີ່ວ່າງງານໄດ້ມາສຶກສາຮຽນຮູ້ ແລ້ວໄປສ້າງເປັນອາຊີບໃຫ້ຕົນເອງ, ຄອບຄົວ ເພື່ອສ້າງ ລາຍຮັບເປັນຂອງຕົນເອງ, ຫຼິກລ້ຽາການໄປເຮັດວຽກເປັນແຮງງານຮັບຈ້າງຕ່າງປະເທດ ອີກຢ່າງຫນຶ່ງກໍ່ເພື່ອສົ່ງເສີມ ການຜະລິດສິນຄ້າ ດ້ານກະສິກຳ ແລະ ຫັດຖະກຳພາຍໃນປະເທດໃຫ້ດີຂື້ນ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງເທື່ອລະກ້າວ. ໃນພິທີດັ່ງກ່າວໄດ້ຈັດພິທີມອບ-ຮັບໃບກຽດຕິຄຸນ, ໃບຍ້ອງຍໍ ໃຫ້ແກ່ບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນທີ່ໄດ້ປະກອບສ່ວນຊ່ວຍເຫຼືອສ້າງສູນຝຶກອົບຮົມຫຼັງດັ່ງກ່າວ. ຫຼັງຈາກນັ້ນ, ທ່ານ ປະທານ ສນຊ ພ້ອມດ້ວຍຄະນະທັງໝົດໄດ້ພ້ອມກັນປຸກຕົ້ນໄມ້ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 44 ປີ ຊື່ງມີທັງປະເພດໄມ້ໃຫ້ໝາກ ແລະ ປະເພດໄມ້ອຸດສະຫະກໍາ ຢູ່ບໍລິເວນອ້ອມຮອບສູນຝຶກອົບຮົມດັ່ງກ່າວ.
ບກ: ພ.ບຸບຜາ
ຂ່າວ+ພາບ: ລີ
  
info@lfnd.org.la | 021 213754 | (856-21) 453191