ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດຊຸກຍູ້ປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດທີ່ ແຂວງຫົວພັນ

      ວັນທີ 12 ມິຖຸນາ 2024ນີ້ ທີ່ ຫ້ອງວ່າການແຂວງຫົວພັນ ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງຫົວພັນ, ພະແນກການເງິນແຂວງ ຈັດກອງປະຊຸມເຜີຍແຜ່ປື້ນຄູ່ມືໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ທ່ານ ວົງເພັດ ກຽນສິງຮັກ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ ເຂົ້າຮ່ວມມີ ພະນັກງານແນວລາວສ້າງຊາດແຂວງ, ພະແນກການອ້ອມຂ້າງແຂວງ, ບັນດາຫົວຫົວໜ່ວຍທຸລະກິດ, ຜູ້ປະກອບການ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດແຂວງເຂົ້າຮ່ວມ .
      ທ່ານ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ກໍ່ຄືການປະຕິບັດ 2 ວາລະແຫ່ງຊາດໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນເຂົ້າສູ່ວຽກຕົວຈິງ. ໃນກອງປະຊຸມ, ຜູ້ເຂົ້າຮວ່ມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານອາກອນ ແລະ ພາສີ, ຈຸດປະສົງໂຄສະນາ, ຊຸກຍູ້, ປຸກລະດົມຂົນຂວາຍ ນັກທຸລະກິດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ປະກອບການຄັ້ງນີ້ແມ່ນເພື່ອໃຫ້ມີຄວາມຕື່ນຕົວປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດຢ່າງຄົບຖ້ວນ ຕາມລະບຽບກົດ ໝາຍວາງອອກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
ໃນພິທີ, ທ່ານ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່ງກ່ອນອື່ນທ່ານໄດ້ກ່າວວ່າ: ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດແມ່ນພັນທະຂອງຜົນລະເມືອງລາວທຸກຄົນທີ່ສະແດງເຖິງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ສະນັ້ນ, ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຕ້ອງມີພັນທະປະກອບສວ່ນເສຍພາສີ-ອາກອນປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ, ທັງເປັນການແກ້ໄຂບັນຫາການຮົ່ວໄຫຼຂອງລາຍຮັບ, ການລັກລອບພາສີ-ອາກອນ; ພົນລະເມືອງລາວທຸກຄົນມີໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ. ພາຍຫຼັງສໍາເລັດການເຜີຍແຜ່ຄັ້ງນີ້ແລ້ວ ມອບໃຫ້ແນວລາວສ້າງຊາດແຂວງປະສານສົມທົບກັບພະແນກການເງິນແຂວງ, ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເຜີຍແຜ່ໃຫ້ບັນດາເມືອງ ເພື່ອຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ, ຊາວຄ້າ-ຂາຍ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ການເສຍພາສີ-ອາກອນໃຫ້ລັດ. ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ຊາວຄ້າ-ຂາຍ, ກໍາມະການແນວລາວສ້າງຊາດແຂວງຈົ່ງໃຫ້ຄວາມຮ່ວມມື ແລະ ຊ່ວຍເປັນກະບອກສຽງປຸກລະດົມປະຊາຊົນລາວບັນດາເຜົ່າ, ຫົວໜ່ວຍທຸລະກິດປະເພດຕ່າງໆ ແລະ ຜູ້ປະກອບການຈົ່ງ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນບຸຕາມລະດັບຄາດໝາຍ ແນໃສ່ເຮັດໃຫ້ດ້ານເສດຖະກິດ ການເງິນ ຂອງລັດນັບມື້ແຂງແຮງຂຶ້ນເປັນກ້າວໆ.
info@lfnd.org.la | 021 213754 | (856-21) 453191