ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານຜູ້ປະຈໍາກນ ສນຊ ລົງເຜີຍແຜ່ຄູ່ມື ປຸກລະດົມ ການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ຢູ່ແຂວງ ບໍລິຄໍາໄຊ.

 

ໃນວັນທີ 8 ພຶດສະພາ 2024 ນີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ລົງໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ທີ່ສະໂມສອນ ແຂວງ ບໍລິຄໍາໄຊ ມີ ທ່ານ ນາງ ເກດແກ້ວ ກົມມະແສງ ຮັກສາການປະທານແນວລາວສ້າງຊາດ ແຂວງບໍລິຄໍາໄຊ, ມີທ່ານ ໄທລໍ ຫວາເຊັ້ງ ຄະນະປະຈໍາ, ຫົວໜ້າກົມຊົນເຜົ່າ ສນຊ, ທ່ານ ວ່າງເຢຍ ໄຊນາລໍ່ ຫົວໜ້າພະແນກ ນິຕິກໍາ, ກົມສ່ວຍສາອາກອນ, ກະຊວງການເງິນ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ລັດວິສາຫະກິດຂອງແຂວງເຂົ້າຮ່ວມ.

ເພື່ອຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື ລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງິນ ສະບັບລົງວັນທີ 12 ມັງກອນ 2023 ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ກ່ຽວກັບການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມການປະຕິບັດພັນທະເສຍພາສີ-ອາກອນ ໃຫ້ຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ, ດ້ານໜຶ່ງແນໃສ່ແກ້ໄຂບັນຫາການຮົ່ວໄຫຼ, ການລັກລອບພາສີ-ອາກອນ ຫຼິກລ້ຽງການປະຕິບັດພັນທະເສຍພາສີ-ອາກອນ. ການເຜີຍແຜ່ຄັ້ງນີ້, ປະກອບມີ 3 ເອກະສານສໍາຄັນຄື: ປະເທດລາວ ຄົນລາວເປັນເຈົ້າຂອງ; ວຽກງານພາສີ ແລະ ວຽກງານອາກອນ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ ວຽກງານພາສີ ແລະ ອາກອນຢ່າງເລິກເຊິ່ງ.

ທ່ານຮອງປະທານຜູ້ປະຈໍາການ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຄະນະນໍາ ຂອງແຂວງຍາມໃດກະໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີເປັນແຜ່ນປຶກຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນນີ້, ທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ຄວາມໝາຍ ຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນ ເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມຕື່ນຕົວປະຕິບັດພັນທະເສຍພາສີ-ອາກອນ ປະເພດຕ່າງໆຄົບຖ້ວນ ໃຫ້ລັດຕາມລະບຽບກົດໝາຍ, ແນໃສ່ແກ້ໄຂບັນຫາຮົ່ວໄຫລ, ການລັກລອບພາສີ-ອາກອນ. ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ມອບໃຫ້ພະແນກການເງິນແຂວງ ແລະ ແນວລາວສ້າງຊາດແຂວງ ສືບຕໍ່ນໍາເອົາເນື້ອໃນຈິດໃຈຄັ້ງນີ້ໄປເຜີຍແຜ່ໃຫ້ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນ ທົ່ວແຂວງ ມີຄວາມຕື່ນຕົວໃນການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດເພີ່ມຂຶ້ນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດ, ນັກທຸລະກິດ, ຊາວຄ້າ-ຂາຍ ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ຈົ່ງໃຫ້ຄວາມຮ່ວມມືປະຕິບັດພັນທະເສຍພາສີ-ອາກອນ ຢ່າງເປັນຂະບວນການອັນຟົດຟຶ້ນ.

ບກ: ສຊ ຈື້ໄຊ

ຂ່າວ-ພາບ: ສຸວັນລີ

 

info@lfnd.org.la | 021 213754 | (856-21) 453191