ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ອາເລັກຊານເດີ ຣັດກອບ

     ວັນທີ 30 ພຶດສະພາ 2024 ນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ອາເລັກຊານເດີ ຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາ ສປປ ລາວ ທີ່ປຶກສາສະຖານທູດຣັດເຊຍ ປະຈໍາລາວ ພ້ອມດ້ວຍຄະນະ ທີ່ສູນກາງແນວລາວສ້າງຊາດ.
     ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ການເຂົ້າຢ້ຽມຢາມ, ພ້ອມທັງຕີລາຄາສູງ ທີ່ທ່ານ ອາເລັກຊານເດີ ຣັດກອບ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ຮ່ວມມືລະຫວ່າງສອງປະເທດໃຫ້ແຫນ້ນແຟ້ນ ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືລະຫວ່າງ ສນຊ ກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ໃນອະນາຄົດ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ລາວ-ຣັດເຊຍ ແລະ ການສົ່ງເສີມການລົງທືນຂອງສອງປະເທດ.
ທ່ານ ອາເລັກຊານເດີ ຣັດກອບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບ ພ້ອມທັງໄດ້ເຊື້ອເຊີນ ຄະນະຜູ້ແທນຂັ້ນສູງ ສນຊ ໄປຢ້ຽມຢາມ ປະເທດຣັດເຊຍຕື່ມອີກ.
ບກ: ກົງແກ້ວ
ຂ່າວ+ພາບ: ສຸວັນລີ
info@lfnd.org.la | 021 213754 | (856-21) 453191