ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ລົງຊຸກຍູ້ວຽກງານໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ທີ່ແຂວງຈຳປາສັກ

ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງການເງິນ ເຂົ້າສູ່ພາກປະຕິບັດຕົວຈິງ ໃຫ້ມີຜົນສຳເລັດຕາມຈຸດປະສົງ ຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ ຂອງຄະນະຮັບຜິດຊອບແຕ່ຂັ້ນສູງກາງ-ຂັ້ນຮາກຖານ ກ່ຽວກັບການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ໃຫ້ເຂົ້າຮ່ວມໃນການປະຕິບັດພັນທະເສຍພາສີ-ອາກອນປະເພດຕ່າງໆຄົບຖ້ວນ ໃຫ້ລັດຕາມລະບຽບກົດໝາຍ ເພື່ອປະກອບສ່ວນເຂົ້າໃນການປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ວັນທີ 8 ພຶດສະພາ 2024 ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນ ໃຫ້ລັດ ຢູ່ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ ຜຸ້ປະກອບການ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ສອງເອກະສານຫລັກ ຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະ ກົດໝາຍຂົງເຂດສ່ວຍສາອາກອນ ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ແລກປ່ຽນຄຳຄິດເຫັນ ຕໍ່ເນື້ອໃນຂອງເອກະສານດັ່ງກ່າວໃນການຈັດຕັ້ງປະຕິບັດຕົວຈິງໄລຍະຜ່ານມາ ຢ່າງກົງໄປກົງມາ.

ໃນໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນສັງລວມ ແລະ ເນັ້ນບາງຈິດໃຈຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງໃນການສຶກສາອົບຮົມປຸກລະດົມໃຫ້ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ກໍ່ຄືພົນລະເມືອງລາວທຸກຄົນ ຈົ່ງເປັນເຈົ້າການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ຕາມນິຕິກຳ ແລະ ລະບຽບການຂອງພັກ-ລັດວາງອອກໃຫ້ໄດ້ຮັບໝາກຜົນດີ ແນໃສ່ສ້າງງົບປະມານເຂົ້າລັດ ເພື່ອໃຫ້ລັດ ຫລື ປະເທດຊາດມີຄວາມເຂັ້ມແຂງທາງດ້ານເເສດຖະກິດ ປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ ຈະເລີນກ້າວໜ້າຂຶ້ນເລື້ອຍໆ, ພ້ອມກັນນັ້ນກໍ່ສືບຕໍ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ  ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນ ແລະ ສໍາລັບກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ 4 ການເສີມສ້າງຂອງແນວລາວສ້າງຊາດ(ຄວາມສາມັກຄີ, ຄວາມດີ, ຄຸນນະທໍາ ແລະ ຄຸນວຸດທິ) ໃຫ້ເປັນຮູບປະທໍາຕາມເງື່ອນໄຂຕົວຈິງ.

ຂ່າວ-ຮູບ: ເຢ້

ບກ: ພ.ບຸບຜາ

info@lfnd.org.la | 021 213754 | (856-21) 453191