ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ລົງເຜີຍແຜ່ຄູ່ມື ປຸກລະດົມ ການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ຢູ່ແຂວງ ຫຼວງນໍ້າທາ

     ເພື່ອຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື ລະຫວ່າງ ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະ ນະພັກກະຊວງການເງິນ ສະບັບລົງວັນທີ 12 ມັງກອນ 2023 ເຂົ້າສູ່ພາກປະຕິບັດຕົວຈິງໃຫ້ມີຜົນສໍາເລັດຕາມຈຸດ ປະ ສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການປຸກລະດົມຂົນຂວາຍພະນັກງານລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມການປະຕິບັດພັນທະເສຍພາສີ-ອາ ກອນໃຫ້ລັດຕາມລະບຽບກົດໝາຍ, ທັງແກ້ໄຂບັນຫາການຮົ່ວໄຫຼ, ການລັກລອບພາສີ-ອາກອນ ຫຼິກລ້ຽງການປະຕິບັດພັນທະເສຍພາສີ-ອາກອນ. ໃນວັນທີ 14 ພຶດສະພາ 2024 ນີ້, ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ທີ່ຫ້ອງປະຊຸມອົງການປົກຄອງແຂວງຫຼວງນໍ້າທາ. ເປັນກຽດເຂົ້າຮ່ວມມີ ທ່ານ ບຸນປີ ໄລປະເສີດ ກຳມະການພັກແຂວງ, ປະທານແນວລາວສ້າງຊາດແຂວງຫຼວງນໍ້າທາ, ທ່ານ ບຸນມີ ໄຊຍະສານ ຮອງຫົວໜ້າພະແນກການເງິນແຂວງ, ບັນດາທ່ານພະນັກງານປະຕິວັັດອາວຸໂສບຳນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ນັກທຸລະກິດ, ຜູ້ປະກອບການ, ການເງິນ, ພາສີ-ອາກອນແຂວງ ແລະ ເມືອງ, ແນວລາວສ້າງຊາດ ແລະ ການເງິນເມືອງພູຄາ, ນາແລ ແລະ ຫຼວງນໍ້າທາ, ການເຜີຍແຜ່ຄັ້ງນີ້, ປະກອບມີ 3 ເອກະສານສໍາຄັນຄື: ປະເທດລາວ ຄົນລາວເປັນເຈົ້າຂອງ, ວຽກງານພາສີ ແລະ ວຽກງານອາກອນ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ ວຽກງານພາສີ ແລະ ອາກອນຢ່າງເລິກເຊິ່ງ.
          ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ ຂອງແຂວງຍາມໃດກະໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີເປັນແຜ່ນປຶກຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນນີ້, ທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ຄວາມໝາຍ ຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນ ເພື່ອສ້າງຄວາມຮັບຮູ້, ເປັນເອກະພາບກັນ ຂອງຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ, ຜູ້ປະກອບການ, ນັກທຸລະກິດ-ຊາວຄ້າຂາຍ ໃຫ້ເຂົ້າຮ່ວມຕື່ນຕົວປະຕິບັດພັນທະເສຍພາສີ-ອາກອນ ປະເພດຕ່າງໆຄົບຖ້ວນ ໃຫ້ລັດຕາມລະບຽບກົດໝາຍ, ແນໃສ່ແກ້ໄຂບັນຫາຮົ່ວໄຫລ, ການລັກລອບພາສີ-ອາກອນ. ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ມອບໃຫ້ແນວລາວສ້າງຊາດແຂວງ ແລະ ພະແນກການເງິນແຂວງ ສືບຕໍ່ນໍາເອົາເນື້ອໃນຈິດໃຈຄັ້ງນີ້ໄປເຜີຍແຜ່ໃຫ້ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນ ທົ່ວແຂວງ ໃຫ້ມີຄວາມຕື່ນຕົວໃນການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດເພີ່ມຂຶ້ນ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຫົວໜ່ວຍທຸລະກິດ, ນັກທຸລະກິດ, ຊາວຄ້າ-ຂາຍ ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ຈົ່ງໃຫ້ຄວາມຮ່ວມມືປະຕິບັດພັນທະເສຍພາສີ-ອາກອນ ຢ່າງເປັນຂະບວນການອັນຟົດຟຶ້ນ.
 
info@lfnd.org.la | 021 213754 | (856-21) 453191