ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ​ຮອງ​ປະ​ທານ ສນຊ ເຂົ້າຮ່ວມພິທີເປີດຝຶກອົບຮົມພຣະສໍາມະນະທູດລາວ

ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະເຂົ້າຮ່ວມພິທີເປີດຝຶກອົບຮົມພຣະສໍາມະນະທູດລາວ ທີ່ວັດປ່າພິລາວົງບຸດກັດສະກາຣາມ, ມີ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອພສ, ພຣະອາຈານ ດໍາຣົງ ພິມມະຈັກ ຫົວໜ້າກໍາມະທິການຕ່າງປະເທດ ສູນກາງ ອພສ ເຈົ້າອະທິການວັດປ່າພິລາວົງບຸດກັດສະກາຣາມ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກກະຊວງ-ອົງການ ກ່ຽວຂ້ອງ, ຄອບຄົວການນໍາ, ສໍາມະນາກອນ ແລະ ພີ່ນ້ອງເຊື້ອຊາດຢູ່ປະເທດອາເມລິກາ ເຂົ້າຮ່ວມ, ໃນວັນທີ 16 ກໍລະກົດ 2024;

ພິທີເປີດຝຶກອົບຮົມພຣະສໍາມະນະທູດລາວ ໃນຄັ້ງນີ້; ເພື່ອຝຶກອົບຮົມ ໃຫ້ພຣະສະມະນະທູດລາວ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄວາມໝັ້ນໃຈ ໃນການປະຕິບັດສາສະນະກິດ ຕາມວັດຖຸປະ ສົງ; ເພື່ອກຽມພ້ອມພຣະສະມະນະທູດລາວ ທີ່ມີຄຸນສົມບັດເໝາະສົມ ໃນການສະໜອງຂອງວັດຕ່າງໆ ພາຍໃຕ້ກຳມາທິການ ການຕ່າງປະເທດ ແລະ ໃນປະເທດອື່ນ; ເພື່ອສົ່ງເສີມສະໜັບສະໜູນພຣະສົງລາວ ທີ່ເຮັດໜ້າທີ່ເຜີຍແຜ່ພຣະພຸດທະສາສະໜາ ຢູ່ໃນປະເທດຕ່າງໆ; ເພື່ອສະໜອງນະໂຍບາຍຂອງພັກ-ລັດ ແລະ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ; ເວົ້າລວມ ເວົ້າສະເພາະຄືກຳມາທິການ ການຕ່າງປະເທດ ທາງດ້ານການພົວພັນວຽກງານຕ່າງປະເທດ ຂອງພຣະພຸດທະສາສະໜາ ແລະ ສາສະໜາອື່ນ;

ໂຄງການພຣະສຳມະນະທູດລາວ ພາຍໃຕ້ການບໍລິຫານງານ ຂອງກຳມາທິການການຕ່າງປະ ເທດກໍຄືອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຊີ້ນຳນຳພາ ເມື່ອມີພິທີໄຂຂຶ້ນຢ່າງເປັນທາງການແລ້ວ ກໍຈະໄດ້ເຄື່ອນໄຫວວຽກງານຈັດຕັ້ງປະຕິບັດ ເຊິ່ງຈະເກີດຜົນຮັບອັນດີເລີດຫຼາຍຢ່າງ ຄື: ເຮັດໃຫ້ພຣະສົງສາມະເນນລາວ, ພໍ່ຂາວ-ແມ່ຂາວ ມີຄວາມຮູ້, ມີຄວາມສາມາດ, ມີຄວາມໝັ້ນໃຈຕົນເອງ ໃນການທີ່ຈະໄປເຜີຍແຜ່ພຣະພຸດທະສາສະໜາ ທັງພາຍໃນປະເທດ ແລະ ຢູ່ຕ່າງປະເທດ; ເຮັດໃຫ້ໄດ້ນໍາເອົາ ພຣະພຸດທະສາສະໜາ ຕະຫຼອດເຖິງຮີດຄອງ, ປະເພນີ, ວັດທະນະທຳຂອງລາວ ແນວທາງນະໂຍບາຍຂອງພັກ-ລັດ ອອກໄປເຜີຍແຜ່ໃຫ້ປະເທດຕ່າງໆໃນໂລກ ຮັບຮູ້ຢ່າງກວ້າງຂວາງ; ເຮັດໃຫ້ເກີດການເຜີຍແຜ່ພຣະພຸດທະສາສະໜາ ຢ່າງມີຮູບການ ທີ່ເປັນເອກະລັກ ແລະ ເອກະພາບ ທັງພາຍໃນ ແລະ ຕ່າງປະເທດ; ທ​ັງ​ເປັນ​ການຍົກສູງພາລະບົດບາດ ຂອງພຣະສົງລາວ ໃນພາກພື້ນ ແລະ ສາກົນ.

info@lfnd.org.la | 021 213754 | (856-21) 453191