ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ

     ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາລາວ ເນື່ອງໃນໂອກາດທີທ່ານມາດໍາລົງຕໍາແໜ່ງທູດຄົນໃໝ່ ປະຈໍາ ສປປ ລາວ ໃນວັນທີ 5 ມິຖຸນາ 2024 ທີ່ສູນກາງແນວລາວສ້າງຊາດ.
     ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ນາງ ເມແກນ ຈອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ ປະຈໍາ ສປປ ລາວ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບການພົວພັນຮ່ວມມືລະຫວ່າງ ລາວ – ອົດສະຕຣາລີ ໃນໄລຍະຜ່ານມາ ໂດຍສະເພາະລັດຖະບານ ອົດສະຕຣາລີ ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດໃຫ້ລັດຖະບານລາວຫຼາຍສົມຄວນ, ຊ່ວຍກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ ແລະ ຝຶກອົບຮົມຫົວຂໍ້ສະເພາະຕ່າງໆ; ພ້ອມກັນນັ້ນ ທ່ານຍັງໄດ້ຍົກພາລະບົດບາດ ຂອງແນວລາວສ້າງຊາດ ໂດຍສັງເຂບໃຫ້ທ່ານຮັບຊາບ ແລະ ຫວັງຢ່າງຍິ່ງວ່າຈະມີການພົວພັນຮ່ວມໃນຕໍ່ໜ້າໃນວຽກງານແນວລາວສ້າງຊາດ ແລະ ວຽກງານອື່ນໆ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ອົດສະຕຣາລີ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ.
     ທ່ານ ນາງ ເມແກນ ຈອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານ ສນຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ກໍຄືການ ພົວພັນຮ່ວມມືລະຫວ່າງ ອົດສະຕຣາລີ-ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.
info@lfnd.org.la | 021 213754 | (856-21) 453191