ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ເຂົ້າຢ້ຽມຂ່ຳນັບປະທານປະເທດ ສສ ຫວຽດນາມ.

ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິ່ມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ໂຮງແຮມຄຣາວພຣາຊາ ສປປ ລາວ ໃນວັນທີ 11 ກໍລະກົດ 2024;


ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມໄລຍະຜ່ານມາ ແລະ ຄັ້ງນີ້ ກໍ່ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ນໍາເອົາການພົວພັນພິເສດ ລາວ-ຫວຽດນາມກ້າວສູ່ຈຸດສູງອັນໃໝ່ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອົງການແນວໂຮມເຊິ່ງເປັນພາກສ່ວນທີ່ສຳຄັນໃນລະບົບການເມືອງຂອງສອງປະເທດ ແລະ ຈະສະໜັບສະໜູນ ໃຫ້ສອງອົງການແນວໂຮມ ໄດ້ຂະຫຍາຍການພົວພັນຮ່ວມມືລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ ພ້ອມກັນນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການໂດຍຫຍໍ້ການພັດທະນາເສດຖະກິດ-ສັງຄົມ ໃນປະເທດຂອງຕົນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ເປັນຢ່າງດີ.

info@lfnd.org.la | 021 213754 | (856-21) 453191