ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສູນກາງແນວລາວສ້າງຊາດ ເປັນປະທານພິທີຍ່າງເພຶ່ອສຸຂະພາບ ວັນ​ກໍາມະກອນ​ສາກົນ ຄົບຮອບ 138 ປີ

       ໃນວັນທີ 1 ພຶດສະພາ 2024 ນີ້ທີ່ປະຕູໄຊ ນະຄອນຫລວງວຽງຈັນ ສູນກາງສະຫະພັນກຳມະບານລາວ ໄດ້ຈັດພິທີຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ (ວັນທີ 1 ພຶດສະພາ 1886 – 1 ພຶດສະພາ 2024) ພາຍໃຕ້ຫົວຂໍ້: “ຄວາມຍຸຕິທໍາໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທໍາສໍາລັບທຸກຄົນ”, ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພັນລະຍາ; ມີບັນດາທ່ານການນໍາພັກ-ລັດທຸກພາກສ່ວນ,​ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຕ່າງໆ ປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງມີບັນຍາກາດຟົດຟື້ນ.
      ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຫວນຄືນປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂອງວັນກໍາມະກອນສາກົນ ຄົບຮອບ 138 ປີ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນສັດຕະວັດ​ທີ XVIII-XIX ພາຍ​ໃຕ້ການ​ປົກຄອງ​ຂອງ​ພວກ​ນາຍທຶນ ຊົນ​ຊັ້ນ​ກໍາມະກອນຖືກ​ກົດ​ຂີ່​ຂູດ​ຮີດຢ່າງ​ໜັກໜ່ວງ, ຊີວິດ​ການ​ເປັນ​ຢູ່​ ​ນັບ​ມື້​ນັບທຸກ​ຍາກ, ລຳບາກ ພວກ​ນາຍທຶນ​ໄດ້​ບັງຄັບ​ ໃຫ້​ກຳມະກອນ​ອອກແຮງ​ງານ​ 14-15 ຊົ່ວ​ໂມງ​ຕໍ່​ມື້ ອອກແຮງງານໜັກແຕ່​​ໄດ້ຄ່າ​ແຮງ​ງານ​ຕໍ່າ,​ ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ຈິ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງຂື້ນ; ​​ມາຮອດວັນທີ 1 ​ພຶດສະພາ 1886 ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນຂອງຖະແຫຼ່ງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນ​ວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນ ເຮັດວຽກເກີນ 8 ຊົ່ວ​ໂມງຕໍ່ມື້ ແລະ ໄດ້​ກາຍ​ເປັນ​ວັນ​ບຸນປາງ​ໃຫຍ່ ​ທີ່​ມີ​ຄວາມ​ໝາຍ​ສຳຄັນຢ່າງ​ຍິ່ງ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ, ​ເປັນ​ວັນແຫ່ງມະຫາ​ສາມັກຄີ​ຂອງຊົນ​ຊັ້ນ​ກຳມະກອນ​ທົ່ວໂລກ ທີ່ໄດ້​ສະ​ແດງ​ພະລັງ​ແຮງທີ່​ເຂັ້ມ​ແຂງຂອງ​ຕົນ ​ແລະ ມີ​ການສະ​ເຫຼີ​ມສະ​ຫຼອງ​ຢ່າງ​ຄຶກຄື້ນ ​ໃນ​ແຕ່ລະ​ປີ ຢູ່ຫຼາຍປະ​ເທດໃນທົ່ວ​ໂລກ.
     ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ການຈັດຕັ້ງພັກ-ລັດ, ການຈັດ​ຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເພິ່ມທະວີຕໍ່​ກັບ​ການໂຄສະນາ​ສຶກສາ​ອົບຮົມການເມືອງ-ແນວຄິດ, ຊ່ວຍ​ເຫຼືອ, ກໍ່ສ້າງ, ພັດທະນາ​ກໍາມະກອນ​​ ແລະ ຜູ້ອອກ​ແຮງ​ງານ​ລາວ ໃຫ້​​ເຕີບ​ໃຫຍ່​ເຂັ້ມ​ແຂງທາງດ້ານສີມືແຮງງານ, ການຮັບຮູ້ຂໍ້ມູນຂ່າວສານ ແລະ ມີລະບຽບວິໄນໃນການອອກແຮງງານໃຫ້ໄດ້ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ໃນໄລຍະ​ໃໝ່, ພວກ​ເຮົາ ຈົ່ງ​ພ້ອມ​ກັນ​ ເຫັນຄຸນຄ່າຂອງ​ແຮງ​ງານກໍາມະກອນ, ຜູ້​ອອກ​ແຮງ​ງານ​ລາວ ​ແລະ ເພີ່ມທະວີໃນການປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທໍາໃຫ້ມີຄວາມ​ສະ​ເໜີ​ພາບ, ມີລາຍ​ຮັບ​ທີ່​ເປັນ​ທຳ, ການ​ອອກ​ແຮງ​ງານ​ທີ່​ປອດ​ໄພ​ ແລະ ກາຍ​ເປັນ​ກໍາລັງ​ຫຼັກ​ແຫຼ່ງ ​ໃນພາລະກິດການປົກປັກຮັກສາ​​ ແລະ ສ້າງສາພັດທະນາ​​​ປະ​ເທດ​ຊາດ ໃຫ້ຍືນຍົງ ແລະ ໝັ້ນຄົງ, ຈາກນັ້ນ ທ່ານປະທານ ສນຊ ໄດ້ເປັນກຽດຕັດແຖບຜ້າ-ປ່ອຍປູມເປົ້າ ແລະ ນໍາພາຂະບວນການຍ່າງເພື່ອສຸຂະພາບ ແຕ່ປະຕູໄຊ-ຫໍຄໍາ-ປະຕູໄຊ;ໃນໂອກາດນີ້ ມວນຊົນທີ່ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ-ວັດທະນະທໍາ ແລະ ເຂົ້າຮ່ວມການຖາມ-ຕອບຄວາມຮູ້ ເອົາລາງວັນຕື່ມອີກ.
ຂ່າວ-ຮູບ: ເຢ້
ບ.ກ: ພ ບຸບຜາ
  
info@lfnd.org.la | 021 213754 | (856-21) 453191