ສູນກາງແນວລາວສ້າງຊາດ

Lao Front For National Development

ປະເມີນຜົນນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງອົງການແນວລາວສ້າງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024). ໃນວັນທີ 13 ສິງຫາ 2024 ນີ້ ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມປະເມີນຜົນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງອົງການແນວລາວສ້າງຊາດ ປີ 2023-2024 ແລະ ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນເພື່ອຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ຂອງພັກ ຂອງຊາດ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕໍ່ໜ້າ; ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ, ມີກຳມະການ ສນຊ ອ້ອມຂ້າງສູນກາງ ພ້ອມດ້ວຍສະມາຊິກພັກ-ພະນັກງານ ສນຊ, ແນວລາວສ້າງຊາດບັນດາແຂວງທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ ທາງເຊິ່ງໜ້າ ແລະ ວີດີີໂອທາງໄກ.

ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ໄດ້ຜ່ານບົດສະຫຼຸບທົບທວນຄືນແຜນການຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງອົງການແນວລາວສ້າງຊາດ ໃນໄລຍະ1 ປີຜ່ານມາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ; ເຊິ່ງໄດ້ຍົກໃຫ້ເຫັນວ່າ ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເຂົ້າໃນການປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີປອງດອງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ໄດ້ເອົາໃສ່ໃສ່ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວສ້າງຊາດ ຕາມ 9 ເນື້ອໃນຂໍ້ແຂ່ງຂັນ ຄື: ແຂ່ງຂັນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ  V ຂອງອົງຄະນະພັກ ສນຊ; ແຂ່ງຂັນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ແຂ່ງຂັນປະຕິບັດ 6 ແຜນວຽກຈຸດສຸມ ຂອງແນວລາວສ້າງຊາດ ທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XI; ແຂ່ງຂັນປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ; ແຂ່ງຂັນໃນການເສີມສ້າງຄຸນງາມຄວາມດີ; ແຂ່ງຂັນປະຕິບັດເນື້ອໃນ 4 ຮ່ວມ; ແຂ່ງຂັນປະຕິບັດເນື້ອໃນສ້າງການຫັນປ່ຽນໃນວຽກງານແນວໂຮມ; ແຂ່ງຂັນປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ແຂ່ງຂັນຮ່ວມເປັນເຈົ້າພາບທີ່ດີຕ້ອນຮັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ເປັນເຈົ້າພາບ ຢ່າງເປັນຂະບວນການຟົດຟື້ນ ແລະ ເປັນຮູບປະທຳຕົວຈີງ. ພ້ອມກັນນັ້ນຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາຕື່ມອີກ.

ທ່ານ ປະທານ ສນຊ ໄດ້ມີຄຳເຫັນເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ແນວລາວສ້າງຊາດຂັ້ນຕ່າງໆ ຈົ່ງເຊື່ອມຊຶມບັນດາເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງສືບຕໍ່ຍູ້ແຮງຂະບວນການດັ່ງກ່າວໃຫ້ເປັນຂະບວນການຟົດຟື້ນ, ມີຄຸນນະພາບ, ໄປໃຫ້ເຖີງປະຊາຊົນ ແລະ ບໍ່ຄວນໃຫ້ແກ່ຍາວອີກ; ສືບຕໍ່ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ ຕ່າງໆ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ເປັນຕົ້ນແມ່ນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນປີໜ້າ; ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມໃນການແກ້ໄຂບັນຫາຄວາມຍຸ້ງຍາກທາງດ້ານເສດຖະກິດການເງິນ ທີ່ພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນແມ່ນສືບຕໍ່ສົ່ງເສີມໃຫ້ປະຊາຊົນມີຄວາມຮູ້ໃນການຜະລິດດ້ານຕ່າງໆໃຫ້ກາຍເປັນສິນຄ້າ ເພື່ອສາມາດແກ້ໄຂບັນຫາດັ່ງກ່າວໃຫ້ດີຂື້ນເປັນກ້າວໆ; ກຳແໜ້ນມູນເຊື້ອຂອງແນວລາວສ້າງຊາດ; ເຊຶ່ອມຊຶມຄຸນລັກສະນະ 4 ເສີມສ້າງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ; ກຳແໜ້ນຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ; ໃຫ້ແນວລາວສ້າງຊາດແຕ່ລະຂັ້ນສ້າງເສດຖະກິດເປັນເອກະລາດ ເປັນເຈົ້າຕົນເອງ ບົນພື້ນຖານທ່າແຮງຂອງແຕ່ລະທ້ອງຖິ່ນ ແຕ່ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.

ຂ່າວ+ພາບ: ຢຢ

ບກ: ສືເຊັ່ງ

info@lfnd.org.la | 021 213754 | (856-21) 453191