ສູນກາງແນວລາວສ້າງຊາດ

Lao Front For National Development

ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ປະທານ ສນຊ

ໃນວັນທີ 9 ສິງຫາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ(ສນຊ) ທ່ານ ນາງ ເພຍ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ  ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ.

ທ່ານ ປະທານ ສນຊ ໄດ້ສະແດງຄວາມຍີນດີຕ້ອນຮັບອັນອົບອຸ່ນ ຕໍ່ການມາເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ເພຍ ບຣິດໂຕ. ພ້ອມກັນນີ້, ທ່ານ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຜົນສຳເລັດການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ອົງການຢູນີເຊັບໃນໄລຍະຜ່ານມາ ໃຫ້ທ່ານ ປະທານ ສນຊ ໄດ້ຮັບຊາບ.

ໂອກາດນີ້, ໄດ້ປຶກສາຫາລືກ່ຽວກັບວຽກງານທີ່ຈະສືບຕໍ່ຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານການຊ່ວຍເຫຼືອແມ່ ແລະ ເດັກຂອງບັນດາຊົນເຜົ່າ ຢູ່ ສປປ ລາວ ທີ່ຢູ່ເຂດຫ່າງໄກສອກຫຼິກ ເຊັ່ນ: ຊ່ວຍເຫຼືອດ້ານວຽກງານໂພສະນາການ, ວຽກງານດ້ານການສຶກສາ ແລະ ວຽກງານຮັກສາຄວາມສະອາດ ເພື່ອເຮັດໃຫ້ແມ່ ແລະ ເດັກນ້ອຍມີສຸຂະພາບແຂງແຮງດີ ກ້າວໄປເຖິງການບັນລຸສະຫັດສະວັດໃນການພັດທະນາແມ່ ແລະ ເດັກ ແລະ ເພື່ອເຮັດໃຫ້ເດັກໃນເກນອາຍຸໄດ້ເຂົ້າໂຮງຮຽນ.

ພາບ+ຂ່າວ: ເຢ້ ຢ່າ

ບ.ກ: ສຊ ຈື້ໄຊ

info@lfnd.org.la | 021 213754 | (856-21) 453191