ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບຫໍສະໝຸດ ໂຮງຮຽນ ມສ ນາຄາວ

ໃນວັນທີ 17 ກໍລະກົດ 2024 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ແລະ ທ່ານ ປະທານ ສນຊ ເປັນກຽດ ມອບຫໍສະໝຸດໂຮງຮຽນ ມສ ນາຄາວ ເມືອງວຽງໄຊ ແຂວງຫົວພັນ ກ່າວຮັບໂດຍ ທ່ານ ສອນມາ ອຸດົມໄຊ ຜູ້ອຳນວຍການໂຮງຮຽນ ມສ ນາຄາວ, ມີຄະນະນຳຂອງສູນກາງແນວລາວສ້າງຊາດ, ຄະນະນຳຂອງນະຄອນຫລວງວຽງຈັນ, ຄະນະນຳຂອງແຂວງຫົວພັນ ພ້ອມດ້ວຍບັນດາຄູອາຈານຂອງໂຮງຮຽນດັ່ງກ່າວ ເຂົ້າຮ່ວມ.

ທ່ານຜູ້ອຳນວຍການໂຮງຮຽນ ໄດ້ລາຍງານໃຫ້ຮູ້ວ່າໂຮງຮຽນ ມສ ນາຄາວ ໄດ້ສ້າງຕັ້ງຂຶ້ນປີ 2012, ມາຮອດປີ 2023 ໂຮງຮຽນໄດ້ຮັບທຶນການຊ່ວຍເຫລືອສ້າງຫໍສະໝຸດ ຈາກທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄອບຄົວ, ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍສ້າງໃນເດືອນ ມັງກອນ 2024, ເປັນເງິນສົດມູນຄ່າ 356 ລ້ານກີບ, ເປັນເຮືອນຊັ້ນດຽວ ຄວາມກວ້າງ 7ແມັດ ×13 ແມັດ ແລະ ດຳເນີນມາເປັນເວລາ 6 ເດືອນແລ້ວສຳເລັດຕາມແຜນການທີ່ວາງໄວ້ ລວມມູນຄ່າການກໍ່ສ້າງທັງໝົດ 344 ລ້ານກີບ ສ່ວນງົບປະມານທີ່ຍັງເຫລືອຈາການຊ່ວຍເຫລືອ ແມ່ນທາງໂຮງຮຽນໄດ້ນຳໄປໝູນເຂົ້າໃນວຽກງານບໍລິຫານ ເປັນຕົ້ນແມ່ນຊື້ອຸປະກອນການຮຽນ-ການສອນໃຫ້ໂຮງຮຽນ.

ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ໂຮງຮຽນນາຄາວ ແມ່ນເປັນສູນລວມຂອງການສຶກສາມາແຕ່ ສະໄໝການປະຕິວັດ ດັ່ງນັ້ນການສ້າງຫໍສະຫມຸດໃຫ້ໂຮງຮຽນຫລັງນີ້ ເພື່ອໃຫ້ລູກຫລານ ແລະ ຄູອາຈານ ຊາວແຂວງຫົວພັນໄດ້ສຶກສາຄົ້ນຄວ້າ ແລະ ຮ່ຳຮຽນ; ໃຫ້ຄູອາຈານ ແລະ ພໍ່ແມ່ປະຊາຊົນ ເອົາໃຈໃສ່ສຶກສາອົບຮົມ ໃຫ້ລູກຫລານມາເຂົ້າໂຮງຮຽນ ຕາມເກນອາຍຸ ແລະ ມັກຮັກການອ່ານ-ການຂຽນ ເພື່ອເຮັດໃຫ້ການສ້າງຫໍສະໝຸດ ໄດ້ຮັບໝາກຜົນຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.

ໂອກາດນີ້, ພາກສ່ວນຕ່າງໆ ກໍ່ໄດ້ມອບເງິນສົດ ລວມເປັນຈຳນວນເງິນທັງໝົດ 90 ລ້ານກີບ ໃຫ້ໂຮງຮຽນ ມສ ນາຄາວ ເພື່ອໄປນໍາໃຊ້ເຂົ້າໃນການຈັດຊື້ ອຸປະກອນຕ່າງໆ ເຂົ້າໃນຫໍສະໝຸດ ເປັນຕົ້ນແມ່ນຊື້ໂຕະ, ຕັ່ງ ແລະ ຕູ້ເພື່ອວາງປື້ມ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191