ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີມອບ-ຮັບໜ້າທີ່ຫົວໜ້າກົມ ຂອງສູນກາງແນວລາວສ້າງຊາດ

ໃນວັນທີ 20 ສິງຫາ 2024 ທີ່ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດພິທີມອບຮັບໜ້າທີ່ຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າກົມສາສະໜາ  ແລະ ຫົວໜ້າສູນຄົ້ນຄວ້າ-ຝຶກອົບຮົມ ສູນກາງແນວລາວສ້າງຊາດ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຕາງໜ້າຈາກບັນດາກົມ, ຫ້ອງການ ສນຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ໃນຄັ້ງນີ້, ທ່ານ ຄະນອງລິດ ສີສົມບູນ ຄະນະປະຈຳ, ຫົວໜ້າກົມສາສະໜາ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຫົວໜ້າສູນຄົ້ນຄວ້າ-ຝຶກອົບຮົມ ສນຊ; ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ, ຫົວໜ້າກົມຈັດຕັ້ງ-ພະນັກງານ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກົມສາສະໜາ ສນຊ ແລະ ທ່ານ ສຸລິປັນຍາ ຣາຊສົມບັດ ຫົວໜ້າສູນຄົ້ນຄວ້າ-ຝຶກອົບຮົມ(ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ ສນຊ. ບັນດາທ່ານຫົວໜ້າກົມທີ່ຖືກຊັບຊ້ອນໃນຄັ້ງນີ້, ໄດ້ລາຍງານການຊີ້ນຳ-ນຳພາໃນໄລຍະຜ່ານມາ ໂດຍຫຍໍ້ ເປັນຕົ້ນແມ່ນຜົນງານທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຜູ້ໃໝ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ເພື່ອຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານໃຫ້ຄ່ອງຕົວ ແລະ ມີຜົນສຳເລັດໃນຕໍ່ໜ້າ.

ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ບັນດາທ່ານທີ່ຖືກຊັບຊ້ອນໄປຮັບໜ້າທີ່ໃໝ່ຈົ່ງສືບຕໍ່ຊີ້ນຳ-ນຳພາວຽກງານໃໝ່ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ປະຕິບັດກອງປະຊຸມສ່ອງແສງປະຈຳເດືອນໃຫ້ເປັນປົກກະຕິ ພ້ອມທັງສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງຄະນະພັກ ແລະ ຄະນະໜ່ວຍພັກ; ໃຫ້ໃກ້ສິດຕິດແທດ ແລະ ເບິ່ງແຍງຊີວິດການເປັນຢູ່ ຂອງສະມາຊິກພັກ-ພະນັກງານ ທີ່ຢູ່ໃນການຄຸ້ມຄອງຂອງກົມຕົນເອງ; ໃນໄລຍະນີ້ເປັນໄລຍະທ້າຍສະໄໝ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ສະນັ້ນໃຫ້ບັນດາທ່ານສືບຕໍ່ຈັດຕັ້ງຜັນຂະຫຍານບັນດາແຜນງານ, ໂຄງການ ແລະ ກິດຈະກຳ ຂອງແນວລາວສ້າງຊາດ ໃຫ້ເປັນຂະບວນການຟົດຟື້ນ ແລະ ໃຫ້ສືບຕໍ່ປະສານສົມທົບທາງພາຍໃນ ແລະ ທາງພາຍນອກ ທີ່ກ່ຽວຂ້ອງຢ່າງສະນິດແໜ້ນ ເພື່ອຮ່ວມມືກັນ ແລະ ສຸມໃສ່ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

ຂ່າວ+ພາບ: ຢຢ

ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191