ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີວາງສີລາລຶກໂຄງການກໍ່ສ້າງອະນຸສອນສະຖານ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

ເພື່ອເປັນການຈາລຶກບຸນຄຸນ, ຜົນງານ, ຄວາມງາມຄວາມດີ ໃນການເຄື່ອນໄຫວນຳພາ-ຊີ້ນຳ ຂະບວນການປະຕິວັດຕໍ່ສູ້ກູ້ຊາດ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ພັກ-ລັກຖະບານ, ອົງການປົກຄອງແຂວງ  ແລະ ຄອບຄົວແກ້ວບຸນພັນ ພ້ອມດ້ວຍປະຊາຊົນຊາວແຂວງຫົວພັນ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງອະນຸສອນສະຖານ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຂື້ນທີ່ສວນມິດຕະພາບຫົວພັນ-ແທັງຮວາ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໃນວັນທີ 18 ກໍລະກົດ 2024.

ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າພັກ-ລັດຖະບານ, ມີທ່ານ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີການນຳພັກ-ລັດ ຕາງໜ້າຈາກກະຊວງ-ອົງການ, ອາດີດການນຳພັກ-ລັດ ແລະ ຄະນະນຳຂອງແຂວງ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຊາວແຂວງຫົວພັນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຫວນຄືນຊີວິດ, ປະຫວັດ ແລະ ຜົນງານການເຄື່ອນໄຫວຂອງທ່ານ ໂດຍຫຍໍ້ ເພື່ືອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້ ແລະຈົດຈໍາຄຸນງາມຄວາມດີຂອງທ່ານພົນເອກ ສີຫວາດ ແກ້ວບຸນ ຕະຫລອດໄປ. ຫລັງຈາກນັ້ນ ການນຳຂັ້ນສູງກໍ່ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອນ 9 ບາດ ແລະ ວາງເສົາເອກຢ່າງເປັນທາງການ  ເພື່ອເປັນບ່ອນຕັ້ງຮູບຫລໍຂອງທ່ານພົນເອກ ສີສະຫວາດ ແກ້ວບຸນພັນ.

info@lfnd.org.la | 021 213754 | (856-21) 453191