ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ.

 

 

ໃນວັນທີ 18 ກັນຍາ 2024 ນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີເຊັນບົດບັນທຶກການຮ່ວມມືພັດທະນາ ແລະ ສົ່ງເສີມວຽກງານຊົນເຜົ່າ ລະຫວ່າງກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ແລະ ສວນພຶກສາ ຢູ່ບ້ານດານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,  ຝ່າຍກົມຊົນເຜົ່າ ສນຊ ລົງນາມໂດຍທ່ານ ໄທລໍ່ ຫວາເຊັ້ງ ຄະນະປະຈໍາ, ຫົວໜ້າກົມຊົນເຜົ່າ ສນຊ ແລະ ຝ່າຍສວນພຶກສາດ່ານຊີ ລົງນາມໂດຍທ່ານ ພູວົງ ພະມີສິດ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ສນຊ; ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ສນຊ ຜູ້ປະຈໍາການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສອງຝ່າຍໄດ້ຕົກລົງຮ່ວມມືວຽກງານໃນຫຼາຍດ້ານ ເປັນຕົ້ນແມ່ນ: ເພີ່ມທະວີວຽກງານຊົນເຜົ່າ ໃນການໂຄສະນາສຶກສາ-ອົບຮົມບັນດາເຜົ່າທົ່ວປະເທດ ໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານຊົນເຜົ່າ; ປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທໍາອັນດີງາມຂອງຊາດ; ເພື່ອເຮັດໃຫ້ສວນພຶກສາ ກາຍເປັນສູນຂໍ້ມູນຂ່າວສານຕິດພັນກັບການທ່ອງທ່ຽວວັດທະນະທໍາ, ທໍາມະຊາດ ແລະ ເປັນບ່ອນສຶກສາຮຽນຮູ້ກ່ຽວກັບເຜົ່າພັນ, ວັດທະນະທໍາ, ຮີດຄອງປະເພນີ ແລະ ບັນດາເຄື່ອງໃຊ້ – ອຸປະກອນ ທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ, ແນໃສ່ສ້າງຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນຂອງປະຊາຊົນລາວທັງຊາດ; ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ກົມຊົນເຜົ່າ ແລະ ສວນພຶກສາ ຮ່ວມກັນປັບປຸງ, ປົກປັກຮັກສາ ແລະ ພັດທະນາວຽກງານຊົນເຜົ່າໃຫ້ດີຂຶ້ນເປັນກ້າວໆ.

ໃນໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ໄດ້ມີບາງຄໍາເຫັນຕໍ່ພິທີວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິ 04/ກມສພ  ແລະ ຂອງຄະນະປະຈໍາພັກກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຂົງເຂດແນວລາວສ້າງຊາດ ສໍາລັບຄະນະທີ່ປຶກສາ ແລະ ກົມຊົນເຜົ່າ, ເພື່ອເຮັດໃຫ້ຫຼຸດຜ່ອນການເພິ່ງພາເອື່ອອີງງົບປະມານຂອງລັດ ແລະ ແນໃສ່ແຕ່ລະພາກສ່ວນສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ບໍ່ຂັດກັບລະບຽບກົດໝາຍພ້ອມກັນນີ້, ພວກເຮົາຈະພ້ອມກັນຕ້ອນຮັບຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດທີ່ຈະມາຮ່ວມກອງປະຊຸມພົບປະ ເດືອນ 11 ທີ່ຈະມາເຖິງນີ້.

ຂ່າວ+ພາບ: ລີ

ບກ: ພ.ບຸບຜາ

 

info@lfnd.org.la | 021 213754 | (856-21) 453191