ສູນກາງແນວລາວສ້າງຊາດ

Lao Front For National Development

ພົບປະສອງຝ່າຍລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ກະຊວງພາຍໃນ ຫວຽດນາມ

     ໃນລະຫວ່າງວັນທີ 6-9 ມິຖຸນາ 2023 ນີ້, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ. ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ເປັນກຽດຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍ ທ່ານ ຫວູຈຽນຖັງ, ຮອງລັດຖະມົນຕີກະຊວງພາຍໃນ
ຄະນະຜູ້ແທນ ສນຊ ໄດ້ພົບປະ ຄະນະຜູ້ແທນກະຊວງພາຍໃນ ສສ. ຫວຽດນາມ ທັງສອງຝ່າຍ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບ ສະພາບການຄຸ້ມຄອງ ແລະ ການເຄື່ອນໄຫວສາສະໜາ ຢູ່ ສອງປະເທດ ລາວ-ຫວຽດນາມ ແລະ ພ້ອມກັນສະຫຼຸບຕີລາຄາຄືນ ກ່ຽວກັບໝາກຜົນການປະຕິບັດບົດບັນທຶກສັນຍາຮ່ວມມື ກ່ຽວກັບ ວຽກງານສາສະໜາ ແລະ ວາງທິດທາງການຮ່ວມມື ໃນຕໍ່ໜ້າ ການປະຕິບັດບົດບັນທຶກສັນຍາ ວ່າດ້ວຍການຮ່ວມມື ກ່ຽວກັບວຽກງານສາສະໜາ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະຜ່ານມາ ແມ່ນບັນລຸໄດ້ໝາກຜົນອັນດີງາມ. ໂດຍຜ່ານການພົວພັນ ແລະ ຮ່ວມມື, ມີການແລກປ່ຽນຄະນະຜູ້ແທນ ຊຶ່ງກັນ ແລະ ກັນ, ການຊ່ວຍບຳລຸງກໍ່ສ້າງພະນັກງານສາສະໜາ ໃຫ້ຝ່າຍລາວ, ປະສານສົມທົບກັນ ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງສອງຝ່າຍ ສຳເລັດຜົນຢ່າງຈົບງາມ, ການແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ, ສ້າງເງື່ອນໄຂສະດວກ ໃຫ້ແກ່ອົງການພຸດທະສາສະໜາ ທັງສອງປະເທດ ເພີ່ມທະວີການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນນຳກັນພ້ອມກັນນັ້ນ, ໄດ້ຕີລາຄາໝາກຜົນ ຂອງການເຄື່ອນໄຫວຮ່ວມມື ລະຫວ່າງ 2 ຝ່າຍ ໃນໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນວຽກງານສາສະໜາ ຂອງສອງປະເທດ, ໄດ້ສ້າງເງື່ອນໄຂໃຫ້ສອງອົງການ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ໃນການຄຸ້ມຄອງ ແລະ ການເຄື່ອນໄຫວສາສະໜາ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ. ເພີ່ມທະວີ ການພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນສະໜິດສະໜົມ ລະຫວ່າງຊາວພຸດລາວ-ຫວຽດນາມ, ຊາວພຸດຫວຽດນາມ-ລາວ. ທ່ານ ດຣ. ຈັນເພັງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ປະຈຸບັນ, ປະເທດລາວ ມີ 04 ສາສະໜາ ແລະ 06 ການຈັດຕັ້ງສາສະໜາ ໄດ້ຮັບການຮັບຮອງຈາກລັດຖະບານ ສປປ ລາວ. ບັນດາອົງການສາສະໜາ ໄດ້ປະຕິບັດ ຕາມຄຳສອນ, ດຳລັດວ່າດ້ວຍການຄຸ້ມຄອງ ແລະ ການເຄື່ອນໄຫວສາສະໜາ ແລະ ກົດໝາຍຂອງລັດ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຊ່ວຍເຫຼືອສັງຄົມ. ພ້ອມກັນນັ້ນ, ກໍໄດ້ບູລະນະ ແລະ ປົກປັກຮັກສາ ວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງເຜົ່າ ແລະ ຂອງຊາດລາວ.
ໂອກາດນີ້, ທ່ານ ຫວູຈຽນຖັງ, ຮອງລັດຖະມົນຕີກະຊວງພາຍໃນ ສສ. ຫວຽດນາມ ໄດ້ແຈ້ງບາງຈຸດສຳຄັນ ກ່ຽວກັບສະພາບລວມຂອງ ສາສະໜາ ຢູ່ ສສ. ຫວຽດນາມ, ແນວທາງ, ນະໂຍບາຍ ຂອງພັກ ແລະ ລັດຖະບານ ຫວຽດນາມ ຕໍ່ການເຊື່ອຖື, ສາສະໜາ, ການຄຸ້ມຄອງລັດ ກ່ຽວກັບຄວາມເຊື່ອຖືສາສະໜາ ຢູ່ ສສ ຫວຽດນາມ. ທ່ານໃຫ້ຮູ້ຕື່ມອີກວ່າ: ກະຊວງພາຍໃນ ແລະ ຄະນະກຳມະການສາສະໜາ ລັດຖະບານ ສສ ຫວຽດນາມ ຍາມໃດກໍໄດ້ຖືຄວາມສຳຄັນສາຍພົວພັນຮ່ວມມືມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ພ້ອມໃຫ້ການຊ່ວຍເຫຼືອຢ່າງສຸດຄວາມສາມາດ, ຕັ້ງໜ້າປະຕິບັດສັນຍາຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງພາຍໃນ ທີ່ໄດ້ເຊັນຕົກລົງກັນ ເພື່ອປັບປຸງ ແລະ ຍົກສູງປະສິດທິຜົນ ການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດສາສະໜາ, ປະກອບສ່ວນຢ່າງແທ້ຈິງ ເຂົ້າໃນການສ້າງສາຄວາມສາມັກຄີ ແລະ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ.ການພົວພັນຮ່ວມມືໃນຕໍ່ໜ້າ ແມ່ນສືບຕໍ່ການປະຕິບັດບົດບັນທຶກສັນຍາວ່າດ້ວຍການຮ່ວມມື ກ່ຽວກັບວຽກງານສາສະໜາ ລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ກະຊວງພາຍໃນ, ຄະນະກຳມະການສາສະ ໜາ ລັດຖະບານ ສສ ຫວຽດນາມ, ສືບຕໍ່ເພີ່ມທະວີການແລກປ່ຽນບັນດາຜູ້ແທນ, ການຈັດຊຸດຝຶກອົບຮົມ ແລະ ບຳລຸງສ້າງພະນັກງານສາສະໜາ ໃຫ້ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ການສະໜັບສະໜູນໃຫ້ສອງອົງການພຸດທະສາສະໜາ ສອງປະເທດ, ຊາວພຸດລາວ-ຫວຽດນາມ, ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືມິດຕະພາບໃຫ້ເກີດດອກອອກຜົນຍິ່ງຂຶ້ນ.
ຈາກນັ້ນ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະການນຳ ແຂວງບັກນິງ, ແຂວງກວາງນິງ ແລະ ໄປທ່ຽວຊົມແຫຼ່ງທ່ອງທ່ຽວ ຢູ່ນະຄອນຮາລັອງ.
ຂ່າວ+ພາບ: ທະວີໄຊ
ບກ: ໄພຈິດ
info@lfnd.org.la | 021 213754 | (856-21) 453191