ສູນກາງແນວລາວສ້າງຊາດ

Lao Front For National Development

ມອບ-ຮັບເງິນສົດ ແລະ ອຸປະກອນຊ່ວຍເຫຼືອໄພນໍ້າຖ້ວມ ຈາກມູນນິທິຮ່ວມມືຮ່ວມໃຈ

ວັນທີ 29 ສິງຫາ 2024 ນີ້ຢູ່ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີມອບ-ຮັບເງິນສົດ ແລະ ອຸປະກອນຊ່ວຍເຫຼືອໄພນໍ້າຖ້ວມ ຈາກມູນນິທິຮ່ວມມືຮ່ວມໃຈ ລວມມູນຄ່າທັງໜົດ 18 ລ້ານກວ່າກີບ ມອບໂດຍທ່ານ ສົມບູນຄານ ກໍາມະການສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ຄຳຢາດ ຣາຊດາວົງ  ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ນາງ ອິນລະວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້ທ່ານ ດຣ. ນາງ ອິນລະວັນ ແກ້ວບຸນພັນ ໄດ້ຕາງໜ້າໃຫ້ສູນກາງແນວລາວສ້າງຊາດ ກ່າວສະແດງຄວາມຂອບໃຈ, ຍ້ອງຍໍຊົມເຊີຍ, ແລະ ຮູ້ບຸນຄຸນຕໍ່ກຳມະການສູນກາງແນວລາວສ້າງຊາດ ກໍ່​ຄືມູນນິທິຮ່ວມມືຮ່ວມໃຈ ທີ່ໄດ້ມີນໍ້າໃຈໃສສັດທາ, ຮ່ວມຈິດຮ່ວມໃຈກັນ ນໍາເອົາ​ເງິນສົດ ​ແລະ ອຸປະກອນ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ໄພ​ນໍ້າ​ຖ້ວມ​ໃນ​ຄັ້ງ​ນີ້.

info@lfnd.org.la | 021 213754 | (856-21) 453191