ສູນກາງແນວລາວສ້າງຊາດ

Lao Front For National Development

ວັນຜູ້ບໍລິຈາກເລືອດໂລກ ຄົບຮອບ 20 ປີ

     ໃນວັນທີ 14 ມິຖຸນາ 2024, ອົງການການແດງແຫ່ງຊາດລາວ ໄດ້ຈັດງານສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຂື້ນທີ່ສູນການຄ້າລາວໄອເຕັກມໍ; ໂດຍການເປັນກຽດເຂົ້າຮ່ວມມີ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄະນະນໍາຕາງໜ້າຈາກກະຊວງ-ອົງການຕ່າງໆ ພ້ອມພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນນັກສືກສາ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ.
      ວັນທີ 14 ມິຖຸນາ ຂອງທຸກໆປີ ແມ່ນວັນຜູ້ບໍລິຈາກເລືອດໂລກ (World Blood Donor Day) ຊຶ່ງຢູ່ປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງ ເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດ ທີ່ເຂົາເຈົ້າໄດ້ມອບຂອງ ຂວັນທີ່ມີຄ່າທີ່ສຸດຕໍ່ຊີວິດ ນັ້ນຄືການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ ເພື່ອຊ່ວຍຄົນເຈັບ ແລະ ສ້າງຄວາມສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດທີ່ປະຈໍາ ແລະ ສະໝໍ່າສະເໝີ. ເລືອດ ແລະ ຜະລິດຕະພັນເລືອດ ທີ່ໄດ້ຮັບບໍລິຈາກໃນແຕ່ລະປີ ຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານຄົນ. ໃນນັ້ນ, ຄົນເຈັບທີ່ຕ້ອງການນໍາໃຊ້ເລືອດສ່ວນຫຼາຍແມ່ນມາຈາກແມ່ ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ພະຍາດໄຂ້ຍຸງ, ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ ແລະ ໄພທາງທໍາມະຊາດ ລວມເຖິງການຜ່າຕັດຊະນິດຕ່າງໆ. ສໍາລັບແນວຄວາມຄິດຂອງວັນຜູ້ບໍລິຈາກເລືອດໂລກໃນປີ 2024 ຄືການປຸກລະດົມໃຫ້ມີການບໍລິຈາກເລືອດ, ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ພ້ອມທັງເປັນການປູກຈິດສໍານຶກໃຫ້ສັງຄົມປະກອບສ່ວນໃນການບໍລິຈາກເລືອດຫລາຍຂື້ນ ເພື່ອຊ່ວຍຊີວິດເພື່ອນມະ ນຸດດ້ວຍກັນ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ ແລະ ຄໍາຂວັນຂອງປີນີ້ໄດ້ແກ່:“20 ປີ ແຫ່ງການສະເຫລີມສະຫລອງການໃຫ້: ໃຫ້ເລືອດ ໃຫ້ຊີວິດ, ຂອບໃຈຜູ້ບໍລິຈາກເລືອດທຸກທ່ານ”.
      ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ປະກອບສ່ວນບໍລິຈາກເລືອດຂອງຕົນເພື່ອຊ່ວຍຊີວິດເພື່ອນມະນຸດດ້ວຍກັນ ແລະ ຮຽກຮ້ອງໃຫ້ທຸກໆການຈັດຕັ້ງ ແຕ່ສູນກາງລົງຮອດທ້ອງຖິ່ນ ຈົ່ງສືບຕໍ່ສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບຄວາມສຳຄັນ ແລະ ຄວາມຈຳເປັນຂອງການບໍລິຈາກເລືອດ; ຜູ້ທີ່ເຄີຍບໍລິຈາກມາກ່ອນແລ້ວ ຈົ່ງສືບຕໍ່ປະກອບສ່ວນເຂົ້າຮ່ວມຂະບວນການບໍລິຈາກເລືອດຢ່າງຕໍ່ເນື່ອງ ພ້ອມທັງຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງ ເພື່ອສືບຕໍ່ບໍ ລິຈາກເລືອດ; ໃຫ້ອົງການຈັດຕັ້ງແຕ່ລະຂັ້ນຈົ່ງໄດ້ເປັນເຈົ້າການປະກອບສວ່ນຊຸກຍູ້ຂະບວນການບໍລິຈາກເລືອດແບບສະຫມັກໃຈໂດຍບໍ່ຮຽກຮ້ອງສີ່ງຕອບແທນຢູ່ພາຍໃນກົມກອງຂອງຕົນໃຫ້ຫລາຍຂື້ນ; ໃຫ້ແພດໝໍຜູ້ນຳໃຊ້ເລືອດ ຈົ່ງໄດ້ເຂົ້າໃຈເຖິງຄວາມໝາຍທີ່ວ່າເລືອດປອດໄພ ແລະ ພຽງພໍ, ໂດຍນຳໃຊ້ເລືອດຢ່າງເໝາະສົມ, ສົມເຫດສົມຜົນ ແລະ ເປັນເຈົ້າການເຂົ້າຮ່ວມໃນການປຸກ ລະ ດົມບໍລິຈາກເລືອດຮ່ວມກັບໜ່ວຍງານເລືອດຢູ່ຕາມສະຖານທີ່ຕ່າງໆ ພ້ອມທັງລະດົມໃຫ້ບັນດາແພດໝໍ ຮ່ວມບໍລິຈາກເລືອດນຳຕື່ມອີກເພື່ອເປັນແບບຢ່າງທີ່ດີຕໍ່ສັງຄົມ.
 
info@lfnd.org.la | 021 213754 | (856-21) 453191