ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ

     ​ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ໂດຍການເປັນປະທານ ຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈຳພັກ ຮອງປະທານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງ ພັກ ຮອງເລຂາຄະນະພັກ ຮອງປະທານຜູ້ປະຈຳການ ສນຊ, ທ່ານ ດຣ ນ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ; ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ, ອົງການຈັດຕັ້ງມະຫາຊົນ, ພະນັກງານ-ລັດຖະກອນ, ຜູ້ປົກຄອງ ແລະ ລູກ-ຫຼານ ເຂົ້າຮ່ວມຢ່າງຟົດຟື້ນ ທີ່ສູນກາງແນວລາວສ້າງຊາດ, ໃນວັນທີ 31 ພຶດສະພາ ປີ 2024;
     ໃນພິທີອັນມີຄວາມໝາຍຄວາມສຳຄັນ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ໂດຍຫຍໍ້; ຊຶ່ງເນື້ອໃນບາງຕອນທ່ານໄດ້ເນັ້ນວ່າ: ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄ່າມະຫາສານ, ເປັນຊັບສົມບັດ ແລະ ມໍລະດົກອັນລ້ຳຄ່າ ທີ່ບໍ່ສາມາດປະມູນຄ່າໄດ້ ເດັກນ້ອຍໃນວັນນີ້ກໍ່ຈະເປັນຜູ້ໃຫຍ່ໃນວັນໜ້າ ສືບທອດພາລະກິດຂອງຊາດ; ຕະຫຼອດໄລຍະຜ່ານມາ ພັກ-ລັດ ໄດ້ເອົາໃຈໃສ່ຕໍ່ວຽກງານສົ່ງເສີ່ມ ແລະ ປົກປ້ອງສິດທິເດັກ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກ; ເປັນຕົ້ນ: ການຖືກທາລຸນ, ການໃຊ້ຄວາມຮຸນແຮງ, ການຖືກຂູດຮີດແຮງງານເດັກ ແລະ ຈົ່ງເພີ່ມທະວີຄວາມເປັນເຈົ້າການ ໃນການສຶກສາອົບຮົມເດັກໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພາະວ່າເດັກນ້ອຍເປັນເໝືອນເຈ້ຍທີ່ຂາວສະອາດຖ້າເຮົາສຶກສາອົບຮົມເຂົາເຈົ້າໃນທາງທີ່ດີ ກໍ່ຈະເຮັດໃຫ້ເຂົາເຈົ້າເປັນຜູ້ສືບທອດທີ່ດີຂອງສັງຄົມ, ສົ່ງເສີມໃຫ້ລູກ-ຫຼານ ມີຄວາມກ້າຫານ, ກ້າສະແດງອອກທາງດ້ານຫົວ ຄິດສະຕິປັນຍາຂອງເດັກຕາມຄວາມຮູ້ພອນສະຫວັນທີ່ມີ.
     ພ້ອມກັນນີ້, ຍັງໄດ້ມີກິດຈະກຳ ຖາມ-ຕອບ ເພື່ອເຮັດໃຫ້ເດັກນ້ອຍໄດ້ສະແດງຄວາມຮູ້, ຄວາມສາມາດ ຂອງຕົນ, ກິດຈະກຳຮ້ອງເພັງ ແລະ ມອບຂອງຂວັນ ໃຫ້ລູກ-ຫຼານນ້ອຍ ທີ່ມາຮ່ວມງານ ຕື່ມອີກ.
 
info@lfnd.org.la | 021 213754 | (856-21) 453191