ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຈັດພິທີຮຽນຮູ້ການໜີອັກຄິໄພ ແລະ ນຳໃຊ້ອຸປະກອນດັບເພີງ

      ສູນກາງແນວລາວສ້າງຊາດ ຈັດພິທີຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບເຫດສຸກເສີມ, ສາທິດການໜີອັກຄິໄພ ແລະ ການນຳໃຊ້ອຸປະກອນດັບເພີງ ໂດຍເປັນກຽດເຂົ້າຮ່ວມ ມີ ທ່ານ ດຣ. ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວ ສ້າງຊາດ, ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າກົມ, ຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານ-ລັດຖະກອນ, ຄະນະປ້ອງກັນພາຍໃນ ສນຊ ແລະ ປ້ອງກັນທີ່ຕັ້ງ ເຂົ້າຮ່ວມ ໃນ ວັນທີ 28 ມິຖຸນາ 2024 ທີ່ ສູນກາງແນວລາວສ້າງຊາດ.
      ທ່ານ ພັນໂທ ສອນເພັດ ແດງຊື່ນ, ຮອງຫົວໜ້າພະແນກໂຄສະນາ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກ ຄິໄພ ໄດ້ໃຫ້ຮູ້ບາງບົດຮຽນພາໃຫ້ເກີດອັກຄິໄພ, ວິທີດັບໄຟແຕ່ລະຂັ້ນຕອນ, ວິທີໜີອັກຄິໄພ ແລະ ສາທິດຕົວຈີງວິທີການນຳໃຊ້, ການກວດກາ ແລະ ປົກປັກຮັກສາອຸປະກອນດັບເພີງ ໃຫ້ຜູ້ເຂົ້າຮ່ວມ ແນໃສ່ຮັບປະກັນການແກ້ໄຂກໍລະນີສຸກເສີມ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານອັກຄິໃພໃຫ້ທັນເວລາໂດຍໄວ. ພາຍຫຼັງສຳເລັດການຝຶກສ້ອມການນຳໃຊ້ອຸປະກອນດັບເພີງດັ່ງກ່າວແລ້ວ ທ່ານ ພັນໂທ ສອນເພັດ ແດງຊື່ນ ໄດ້ມອບໃບຢັ້ງຢືນການຝຶກອົບຮົມນຳໃຊ້ອຸປະກອນດັບເພີງໃຫ້ແກ່ ສນຊ.
ບກ: ແພງພັນ
ຂ່າວ-ພາບ: ເລົ່າລໍ່
    
info@lfnd.org.la | 021 213754 | (856-21) 453191