ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ( 13 ສີງຫາ 1950-13 ສີງຫາ 2024 )

ສູນກາງແນວລາວສ້າງຊາດ ຮ່ວມກັບສະຖາບັນເລືອດແຫ່ງຊາດ-ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີບໍລິຈາກເລືອດພາຍໃຕ້ຄໍາຂັວນ ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ ຢູ່ທີ່ ສູນກາງແນວລາວສ້າງຊາດ.

ໃນວັນທີ 9 ສີງຫາ 2024ນີ້, ເປັນກຽດເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ ດຣ. ນາງ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ກໍາມະການ​ສູນ​ກາງ​ພັກ, ຮອງ​ປະທານ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພະນັກງານ ສນຊ ແລະ ພາກສ່ວນອື່ນເຂົ້າຮ່ວມ.

ພ້ອມດ່ຽວກັນນີ້, ສູນກາງແນວລາວສ້າງຊາດກໍ່ໄດ້ສ້າງຂະບວນການອອກແຮງງານລວມອະນາໄມປະດັບປະດາສໍານັກງານສູນກາງແນວລາວສ້າງຊາດຕື່ມອີກ.

info@lfnd.org.la | 021 213754 | (856-21) 453191