ສູນກາງແນວລາວສ້າງຊາດ

Lao Front For National Development

ສະມາຄົມສຽງແຄນລາວເຂົ້າຢ້ຽມຂໍ່ານັບທ່ານ ປອ ໄຊສົມພອນ ພົມວິຫານ

 

ໃນວັນທີ 17 ສິງຫາ 2020 ນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ປອ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ຮອງປະທານສະມາຄົມ ສິລະປະສຽງແຄນລາວ ພ້ອມດ້ວຍຄະນະ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ເຂົ້າຮ່ວມ.

ໂດຍປະຕິບັດຕາມ ທິດຊີ້ນໍາຂອງຂັ້ນເທິງ ໃນການຈັດຕັ້ງງານມະໂຫລານ ສະແດງສິລະປະວັດທະນະທໍາ ເພື່ອສະເຫຼີມສະຫຼອງ ວັນຊາດ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສໍາຄັນຂອງພັກຂອງຊາດປີ 2020, ວັນສ້າງຕັ້ງສະມາຄົມສິລະປະແຄນລາວ ຄົບຮອບ 15 ປີ, ວັນຄົບຮອບ 3 ປີ ສຽງແຄນເຊື້ອຊາດລາວທີ່ໄດ້ຮັບການຈົດທະບຽນເປັນມໍຣະດົກໂລກ.

ສະມາຄົມສິລະປະແຄນລາວ ແມ່ນອົງການຈັດຕັ້ງສັງຄົມ, ວິຊາຊີບ, ປະດິດຄິດແຕ່ງ ທີ່ບໍ່ຫວັງຜົນກໍາໄລ ຊຶ່ງເປັນຕົວແທນໃນການເຕົ້າໂຮມເອົານັກສິລະປິນ ຫມໍແຄນ, ຫມໍຂັບຫມໍລໍາ ແລະ ຊ່າງເຮັດແຄນ ໃນຂອບເຂດທົ່ວປະເທດ ແລະ ຜູ້ທີ່ມັກ ຮັກສິລະປະແຄນລາວດ້ວຍຄວາມສະຫມັກໃຈ; ມີບົດບາດຫນ້າທີ່ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສຽງແຄນເຊື້ອຊາດລາວ ມໍຣະດົກໂລກ ໃຫ້ມີການພັດທະນາ ແລະ ຍືນຍົງຄົງຢູ່ຄູ່ກັບຄົນລາວ, ຊາດລາວ ແລະ ໃນໂລກຕະຫຼອດໄປ.

ສະມາຄົມສິລະປະແຄນລາວ, ສໍານັກງານ ຢູ່ຊັ້ນ 4 ຫໍວັດທະນະທໍາແຫ່ງຊາດ, ບ້ານອານຸ, ເມືອງຈັນທະບູລີ, ຖະຫນົນສາມແສນໄທ, ນະຄອນຫລວງວຽງຈັນ Website: www.klaa.com.la ; ໂທລະສັບ: +856 20 55002081; E-mail: khamphanh.mstd@gmail.com .

info@lfnd.org.la | 021 213754 | (856-21) 453191