ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດ ໄດ້ຮັບເງິນຊ່ວນເຫລືອ

ໃນວັນທີ 13 ກັນຍາ 2024 ນີ້ ສູນກາງແນວລາວສ້າງຊາດໄດ້ຮັບເງິນຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດນ້ຳຖ້ວມ ລວມທັງໝົດເປັນຈຳນວນ 23 ລ້ານກວ່າກີບ, ກ່າວມອບໂດຍ ທ່ານ ໂຈຊົວ ກຣິມຊັນ ຜູ້ອຳນວຍການບໍລິສັດ ມິນເຊີດລາວ ເກັບກູ້ລະເບີດ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງ 2 ຝ່າຍເຂົ້າຮ່ວມ.
ເງິນຈຳນວນດັ່ງກ່າວທີ່ໄດ້ຮັບໃນຄັ້ງນີ້ ແມ່ນຈະນຳໄປຈັດຊື້ເຄື່ອງຕ້ານນຊ້າຖ້ວມ ໂດຍສະເພາະແມ່ນເປົາໃສ່ຊາຍກັນນ້ຳຖ້ວມຢູ່ເຂດບັນດາບ້ານທີ່ຕ່ຳ ແລະ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ພາຍໃນນະຄອນຫຼວງວຽງຈັນ.
ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ບໍລິສັດ ມິນເຊີດລາວ ເກັບກູ້ລະເບີດຈຳກັດຜູ້ດຽວ ທີ່ມີນ້ຳໃຈຊ່ວຍເຫລືອ, ປະກອບສ່ວນເງິນມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້.
ຂ່າວ+ພາບ: ຢຢ

ບກ: ອິນທະຫວາ

info@lfnd.org.la | 021 213754 | (856-21) 453191