ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມພິທີຕັກບາດຢູ່ສວນອະນຸສາວະລີພະບາດສົມເດັດພະເຈົ້າໄຊຍະເສດຖາທິຣາດ

ທີ່ສວນອະນຸສາວະລີພະບາດສົມເດັດພະເຈົ້າໄຊຍະເສດຖາທິຣາດ, ໃນວັນທີ 26 ມັງກອນ 2021  ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ ໄດ້ຮ່ວມພິທີຕັກບາດຖວາຍສັງກະທານແດ່ພະສົງ 99 ອົງ ແລະ ອຸທິດກອງບຸນ 38 ກອງ ທີ່ອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອອຸທິດສ່ວນບຸນກຸສົນໃຫ້ດວງວິນຍານຂອງພະເຈົ້າໄຊຍະເຊດຖາທິຣາດ ເປັນການລະນຶກເຖິງຄຸນງາມຄວາມດີ ທີ່ເພິ່ນໄດ້ສ້າງໄວ້ໃນເມື່ອກ່ອນ ພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນທາງດ້ານວັດຖຸສິ່ງຂອງ ແລະ ວັດຖຸຈິດໃຈ ກໍຄືການປົກປັກຮັກສາພັດທະນາປະເທດຊາດ, ການປົກປັກຮັກສາອາລິຍະທໍາ ແລະ ປະຕິມະກໍາທາງປະຫວັດສາດ ເພື່ອຈາລຶກຄຸນງາມຄວາມດີ, ວິລະກໍາຂອງພະເຈົ້າໄຊຍະເຊດຖາທິຣາດ ທີ່ໄດ້ນໍາພາຕໍ່ສູ້ປົກປັກຮັກສາອານາຈັກລາວລ້ານຊ້າງ ເຊິ່ງເປັນເຈົ້າກະສັດອົງທີ 2 ທີ່ໄດ້ຮັບການສະຖາປະນາຂຶ້ນເປັນ ມະຫາຣາດ  ຂອງລາຊະວົງຊຽງທອງລ້ານຊ້າງ.

info@lfnd.org.la | 021 213754 | (856-21) 453191