ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ

      ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ທອງຈັນ ມະນີໄຊ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີທ່ານ ດາລີວັນ ພູສະຫວັນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ໃນວັນທີ 27 ພຶດສະພາ 2024 ນີ້ ທີ່ຫ້ອງວ່າການປົກຄອງແຂວງ, ທ່ານຮອງປະທ່ານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈທີ່ໃຫ້ການຕ້ອນຮັບ ຂອງ ທ່ານ ເຈົ້າແຂວງໃນຄັ້ງນີ້ ແລະ ລາຍງານຈຸດປະສົງໃນການມາເຮັດວຽກຄັ້ງນີ້ ໃຫ້ທ່ານເຈົ້າແຂວງຊາບ. ຈາກນັ້ນ, ທ່ານເຈົ້າແຂວງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ກັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ ໃນຄັ້ງນີ້.
       ພ້ອມກັນນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ພົບປະໂອ້ລົມ ກຳມະການແນວລາວສ້າງຊາດແຂວງ, ມີ ປະທານ, ຮອງປະທານແນວລາວສ້າງຊາດແຂວງ, ສະຫະພັນນັກຮົມເກົ່າ, ສະຫະພັນກຳມະບານ, ສະຫະພັນແມ່ຍິງແຂວງ, ຄະນະຊາວໜຸ່ມແຂວງ ແລະ ພະນັກງານ-ລັດຖະກອນ ຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ. ໃນການໂອກາດດັ່ງກ່າວ, ທ່ານປະທານແນວລາວສ້າງຊາດແຂວງ ໄດ້ລາຍງານຜົນງານການເຄື່ອນໄຫວວຍກງານຂອງແນວລາວສ້າງຊາດໃນໄລຍະທີ່ຜ່ານມາໄດຍສະເພາະແມ່ນວຍກງານສາສະໜາ ແລະ ວຍກງານໂຄສະນາໃຫ້ຮັບຊາບ.
       ໃນຕອນທ້າຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ແລະ ອົງການພາຄີ ຈົ່ງເພີ່ມທະວີຄວາມເປັນເຈົ້າການຂອງຕົນ ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງແນວລາວສ້າງຊາດ ໃນການປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຮັກສາໄດ້ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ; ເອົາໃຈໃສ່ດ້ານບຸກຄະລາກອນ ເພື່ອຍົກສູງບົດບາດ ແລະ ເພີ່ມທະວີຄວາມສາມາດໃນການນໍາພາຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ – ເຂັ້ມແຂງສ້າງໄດ້ການຫັນປ່ຽນໃໝ່ຢ່າງແຂງແຮງ; ເພື່ອເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຕາມພາລະບົດບາດຂອງຕົນນັບມື້ນັບສູງຂຶ້ນ; ເອົາໃຈໃສ່ວຽກງານໂຄສະນາ-ຂະບວນການ, ວຽກງານສາສະໜາ ເຫັນໄດ້ມູນເຊື້ອແຕ່ລະໄລຍະຂອງແນວລາວສ້າງຊາດ, ຜົນງານທີ່ພົ້ນເດັ່ນ, ວຽກດີຄົນເດັ່ນ ແລະ ເອົາໃຈໃສ່ດ້ານເນື້ອໃນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໄລຍະ 5 ປີ ຜ່ານມາໃຫ້ແທດເໝາະຕົວຈິງ ແລະ ວາງທິດທາງໃນຕໍ່ໜ້າ; ຍົກໃຫ້ເຫັນສະພາບຄວາມເປັນຈິງ ແລະ ບັນຫາຕົ້ນຕໍທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ໂດຍເອົາໃຈໃສ່ 9 ເນື້ອໃນຂໍ້ແຂ່ງຂັນ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ, ຕິດພັນກັບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້.
 
info@lfnd.org.la | 021 213754 | (856-21) 453191