ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ບໍ່ປະຈຳການ ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານກອງທຶນຂອງແນວລາວສ້າງຊາດ ຢູ່ແຂວງຫົວພັນ

ທ່ານ ອ໋ອດ ພົງສະຫວັນ ຮອງປະທານຜູ້ບໍ່ປະຈຳການ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກອງທຶນຂອງແນວລາວສ້າງຊາດ ຢູ່ແຂວງຫົວພັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວີເຕັ່ງ ຈື່ໄມເຕັ່ງ ວ່າການປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ໃນວັນທີ 22 ກັນຍາ 2024.
ທ່ານ ຄຳຜີວ ວົງສະຫວັນ ປະທານກຸ່ມບໍລິສັດພົງສະຫວັນສາຂາແຂວງຫົວພັນ ແລະ ຄະນະຊີ້ນຳກອງທຶນ ບັານສະມັກຄີປອງດອງແນວລາວສ້າງຊາດປະຈຳແຂວງຫົວພັນ ໄດ້ລາຍງານກ່ຽວກັບວຽກງານຂອງກຸ່ມບໍລິສັດພົງສະຫວັນ ແລະ ວຽກງານກອງທຶນບ້ານສາມັກຄີປອງດອງແນວລາວສ້າງຊາດໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໂຄງການກໍ່ສ້າງໂຮງແຮມຊຳເໜືອພຣາຊາມາຮອດປັດຈຸບັນສຳເລັດການກໍ່ສ້າງໂຄງຮ່າງ ໄດ້ປະມານ 96%, ການກໍ່ສ້າງໂຮງແຮມວຽງໄຊ ສຳເລັດແລ້ວ 25-30%, ສ່ວນວຽກງານກອງທຶນບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ໄດ້ສ້າງຕັ້ງຂື້ນ ປີ 2019 ມາຮອດປະຈຸບັນນີ້ມີ 4 ກອງທຶນຮັບໃຊ້ 6 ເມືອງ ໄດ້ຮັບທຶນທັງໝົດ ຈຳນວນ 28,630,000,000 ກີບ, ໃນນີ້ໄດ້ສຳເລັດການກໍ່ສ້າງຫ້ອງການ ຂອງກອງທຶນ; ສຳເລັດການປ່ອຍສິນເຊ່ືອທີ່ດອກເບ້ຍຕ່ຳ ໃຫ້ປະຊາຊົນນຳໄປໝູນໃຊ້ ເຂົ້າໃນການປູກໄມ້ໃຫ້ໝາກ, ລຽ້ງສັດ, ເຮັດຫັດຖະກຳຕໍ່າຜ້າໄໝ ແລະ ເຮັດການບໍລີການອືີ່ນໆ ລວມເປັນໝົດ 23,772,000,000 ກີບ ເຊິ່ງໄດ້ເຮັດໃຫ້ປະຊາຊົນ ມີລາຍຮັບເພິ່ມຂື້ນ ແລະ ມີຫລາຍຄອບຄົວກໍ່ໄດ້ກາຍເປັນຄອບຄົວຕົວແບບ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍູ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ ້ແລະ ທິດທາງແຜນການຕໍ່ໜ້າ ຕື່ມອີກ.
ທ່ານ ຮອງປະທານຜູ້ບໍ່ປະຈຳການ ສູນກາງແນວລາວສ້າງຊາດ ມີຄຳເຫັນຕື່ມວ່າ: ໃຫ້ແນວລາວສ້າງຊາດແຂວງ ແລະ ແນວລາວສ້າງຊາດບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ເພິ່ມທະວີການຊີ້ນຳວຽກງານກອງທຶນ, ຈັດຕັ້ງຜັນຂະຍາຍບັນດາເອກະສານກທີ່ກ່ຽວຂ້ອງກັບວຽກງານກອງທຶນຂອງແນວລາວສ້າງຊາດ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ປະຊາຊົນມີຄວາມເຂົ້າໃຈ; ສືບຕໍ່ຍົກລະດັບວຽກງານວິຊາການໃຫ້ພະນັກງານທີ່ຮັບຜິດຊອບວຽກງານກອງທຶນ ໃຫ້ມີຄວາມເຂັ້ມແຂງ ແລະສືບຕໍ່ລົງຊຸກຍູ້, ຕິດຕາມກວດກາ ຢ່າງໃກ້ສິດຕິດແທດ ໂດຍຊອກໃຫ້ເຫັນຈຸດດີເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຊອກໃຫ້ໄດ້ຂໍ້ຄົງຄ້າງເພື່ອສາມາດແກ້ໄຂໄດ້ທັນການ, ໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫລືອ ທາງດ້ານວຽກງານວິຊາການ ແລະ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ກອງທືນ ເພື່ອສາມາດສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະ ໃຫ້ກອງທຶນມີການເຕີບໃຫຍ່ຂະຫຍາຍຕົວຂື້ນເລື້ອຍໆ.
ຂ່າວ+ພາບ:ຢຢ
ບກ: ໄພຈິດ

info@lfnd.org.la | 021 213754 | (856-21) 453191