ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ຊຸກຍູ້ວຽກງານ 3ຂັ້ນ ຢູ່ ນະຄອນຫຼວງວຽງຈັນ

     ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ. ໄດ້ເຂົ້າພົບປະ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ໃນວັນທີ 2 ພຶດສະພາ 2024 ນີ້. ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ແຈ້ງຈຸດປະສົງ ໃນການມາເຮັດວຽກງານ ຂອງຄະນະໃນຄັ້ງນີ້ໃຫ້ ທ່ານ ອານຸພາບ ຕຸນາລົມ ໄດ້ຮັບຊາບ ໂດຍສະເພາະແມ່ນລົງມາຊຸກຍູ້ ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດໃຫ້ແນວລາວສາງຊາດນະຄອນຫຼວງໃນການ ຈັດຕັ້ງປະຕິບັດໃຫ້ໄປຕາມທິດທາງ ລວມຂອງພັກ-ລັດ ແລະ ສູນກາງແນວລາວສ້າງຊາດ ວາງອອກ.
     ຫຼັງຈາກນັ້ນ ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ພົບປະ ທ່ານ ຊົງເລົ່າ ຢົງນູ່ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ຜູ້ຊີ້ນຳວຽກງານພັກ-ພະນັກງານ , ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ຕາງໜ້າຈາກ ສະພາປະຊາຊົນ, ຄະນະຈັດຕັ້ງ, ຄະນະກວດກາພັກ-ລັດ, ພະແນກພາຍໃນນະຄອນຫຼວງເຂົ້າຮ່ວມ, ທ່ານປະທານແນວລາວສ້າງຊາດນະຄອນຫຼວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ໂດຍສະເພາະໄດ້ເອົາໃຈໃສ່ຕໍ່ວຽກງານແນວໂຮມໃນໄລຍະໃໝ່. ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ທິດທາງແຜນການໃນຕໍ່ໜ້າຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ. ຈາກນັ້ນ ຍັງໄດ້ຮັບຟັງການສະເໜີລາຍງານຈາກພາກສ່ວນກ່ຽວຂ້ອງຂອງສູນກາງແນວລາວສ້າງຊາດ ເຊິ່ງໄດ້ມີຄໍາເຫັນແນະນໍາໂດຍສະເພາະແມ່ນການກະກຽມວຽກງານດ້ານບຸກຄະລາກອນ ແລະ ໂຄງປະກອບການຈັດຕັ້ງຂອງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ, ມາດຖານ ແລະ ເງື່ອນໄຂ ບຸກຄະລາກອນຂອງແນວລາວສ້າງຊາດ; ວຽກງານເນື້ອໃນ ແລະ ວຽກງານໂຄສະນາ – ຂະບວນການ.
     ໃນຕອນທ້າຍ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຮຽກຮ້ອງໃຫ້ແນວລາວສ້າງຊາດແຕ່ລະຂັ້ນຈົ່ງເພີ່ມທະວີຄວາມເປັນເຈົ້າການຂອງຕົນ ຍົກບົດບາດຂອງແນວລາວສ້າງຊາດ ໃນການປຸກລະດົມເຕົ້າ ໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ; ເອົາໃຈ ໃສ່ດ້ານບຸກຄະລາກອນ ເພື່ອຍົກສູງບົດບາດ ແລະ ເພີ່ມທະວີຄວາມສາມາດໃນການນໍາພາ ຂອງແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ ສ້າງໄດ້ການຫັນປ່ຽນໃໝ່ຢ່າງແຂງແຮງ; ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ປະກອບບຸກຄະລາກອນຂອງແນວລາວສ້າງຊາດ ໄປຕາມແຜນກຳນົດຕຳແໜ່ງງານ ເພື່ອສ້າງພະນັກງານກັບທີ່ ເລືອກ ເຟັ້ນຜູ້ທີ່ມີຄວາມຮູ້, ຄວາມສາມາດ ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂ ເພື່ອເຄື່ອນໄຫວປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ເອົາໃຈໃສ່ວຽກງານໂຄສະນາ-ຂະບວນການ ເຫັນໄດ້ມູນເຊື້ອແຕ່ລະໄລຍະຂອງແນວລາວສ້າງຊາດ, ຜົນງານທີ່ພົ້ນເດັ່ນ, ວຽກດີຄົນເດັ່ນ ແລະ ເອົາໃຈໃສ່ດ້ານເນື້ອໃນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໄລຍະ 5 ປີ ຜ່ານມາໃຫ້ແທດເໝາະຕົວຈິງ ແລະ ວາງທິດທາງໃນຕໍ່ໜ້າຢ່າງມີຈຸດສຸມ; ຍົກໃຫ້ເຫັນສະພາບຄວາມເປັນຈິງ ແລະ ບັນຫາຕົ້ນຕໍທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ໂດຍເອົາໃຈໃສ່ 9 ເນື້ອໃນຂໍ້ແຂ່ງຂັນ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ, ຈັດຕັ້ງປະຕິບັດ 4 ຮ່ວມ 4 ຂອງແນວລາວສ້າງຊາດ ຂັ້ນຕົນໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
info@lfnd.org.la | 021 213754 | (856-21) 453191