ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ລົງຕິດຕາມສະພາບນໍ້າຖ້ວມໃນນະຄອນຫຼວງວຽງຈັນ.

 

ວັນທີ 14 ກັນຍາ 2024 ນີ້, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສນຊ ພ້ອມຄະນະ ລົງຕິດຕາມສະພາບນໍ້າຂອງ ຢູ່ 3 ເມືອງລຽບແຄມແມ່ນໍ້າຂອງເຊັ່ນ: ເມືອງ ສີສັດຕະນາກ, ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີກໍາມະການສູນກາງແນວລາວສ້າງຊາດ, ຄະນະຮັບຜິດຊອບ ແລະ ຫຼາຍພາກສ່ວນເຂົ້າຮ່ວມ ໃນທ່າມກາງສາຍຝົນຕົກຮວຍຮໍາ;


ການລົງຕິດຕາມຄັ້ງນີ້, ທ່ານຮອງປະທານ ສນຊ ຍັງໄດ້ນໍາເອົາວັດຖຸ-ປັດໄຈ ຊຶ່ງປະກອບມີເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶງ່ໄປມອບໃຫ້ກຳລັງປະຈຳການທີ່ປະຕິບັດໜ້າທີ່ປ້ອງກັນໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆຂອງ 3 ເມືອງດັ່ງກ່າວ, ເຄື່ອງຈໍານວນດັ່ງການໂດຍໄດ້ຮັບການສະໜັບສະໜູນຈາກທ່ານ ນາງ ແກ້ວມະນີວອນ ຜາລິຂັນ ກໍາມະການສູນກາງແນວລາວສ້າງຊາດ, ທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມຄຸນຄ່າລາວ.

ການລົງຕິດຕາມສະພາບນໍ້າຖ້ວມໃນຄັ້ງນີ້, ສະແດງເຖິງຄວາມເປັນຫ່ວງເປັນໃຍ ຂອງພັກ-ລັດ ກໍຄືຄະນະປະຈໍາສູນກາງແນວລາວສ້າງຊາດ
ຕໍ່ກັບຊີວິດການເປັນຢູ່ ແລະ ຄວາມປອດໄພຂອງປະຊາຊົນ ແລະ ເພື່ອເປັນກຳລັງໃຈໃຫ້ ທຸກພາກສ່ວນທີ່ເປັນກຳລັງແຮງໃນການຕ້ານໄພພິບັດນໍ້າຖ້ວມຢູ່ນະຄອນຫຼວງວຽງຈັນ.

ຂ່າວ: ສຸວັນລີ
ຮູບ: ທິມງານຕິດຕາມ
ບກ: ພ ບຸບຜາ

info@lfnd.org.la | 021 213754 | (856-21) 453191