ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ເຂົ້າຮ່ວມໂຄງການຝຶກອົບຮົມ ຄ້າຍທໍາມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ

      ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໂຄງການຝຶກອົບຮົມ ຄ້າຍທໍາມະເພື່ອເຍົາວະຊົນ ແລະ ຊາວໜຸ່ມ, ມີພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອພສ, ການນຳສູນກາງແນວລາວສ້າງຊາດ, ພຣະອາຈານ ສີທົນ ໄຊຍະວົງສອນ ຫົວໜ້າກໍາມະທິການ ເຜີຍແຜ່ສີລະທໍາ, ມີຜູ້ຕາງໜ້າຈາກແນວລາວສ້າງຊາດເມືອງ, ຫ້ອງການພາຍໃນ, ຫ້ອງການສຶກສາ ທິການ ແລະ ກິລາ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ພໍ່ແມ່ປະຊາຊົນ ຕະຫຼອດຮອດຄູອາຈານ ແລະ ຊາວໜຸ່ມ, ເຍົາວະຊົນເຂົ້າຮ່ວມ ທີ່ວັດອົງຕື້ມະຫາວິຫານ ໃນວັນທີ 20 ມິຖຸນາ 2024 ນີ້.
      ໂຄງການດັ່ງກ່າວເປັນການຝຶກອົບຮົມໃຫ້ ເຍົາວະຊົນ ແລະ ຊາວໜຸ່ມ ໄລຍະພັກຮຽນເພື່ອຮຽນຮູ້ສິນລະທໍາ, ເປັນຄົນດີໃນສັງຄົມ, ເປັນການເຜີຍແຜ່ພຣະທັມຄຳສອນຂອງພຣະພຸດທະເຈົ້າໃຫ້ຄົນຮຸ່ນໜຸ່ມ ໄດ້ຮູ້ຈັກສີນລະທໍາ, ຮູ້ຈັກການໃຊ້ເວລາໃຫ້ເປັນປະໂຫຍດ ແລະ ເປັນການສ້າງພູມຄຸ້ມກັນໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມ ທີ່ຈະກາຍເປັນຜູ້ໃຫຍ່ໃນວັນໜ້າໄດ້ມີ ຄຸນນະທໍາ, ຈາລິຍະທໍາ, ດຳລົງຊີວິດຢູ່ຢ່າງມີຄວາມສຸກ ທັງເປັນການສຶກສາ-ອົບຮົມໃຫ້ເຍົາວະຊົນ ແລະ ຊົນໜຸ່ມລາວ ຫ່າງໄກຈາກ ບັນຫາສີ່ງເສບຕິດ, ສີ່ງມືນເມົາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມແນໃສ່ໃຫ້ເຍົາວະຊົນ ແລະ ຊາວໜຸ່ມສາມາດປະກອບສ່ວນໃນການສ້າງສາພັດທະນາປະເທດຊາດໃນອານາຄົດທີ່ດີ.
ບກ: ພ.ບຸບຜາ
ຂ່າວ+ພາບ: ສຸວັນລີ
 
info@lfnd.org.la | 021 213754 | (856-21) 453191