ສູນກາງແນວລາວສ້າງຊາດ

Lao Front For National Development

ໄດ້ຮັບເງິນ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ.

 

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເງິນຈຳນວນ 100 ລ້ານກີບ ຈາກພຣະອາຈານ ພົງສະຫວັນ ອະນຸສິນ ກໍາມະການສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ, ທັງເປັນຄະນະຮັບຜິດຊອບລະດົມການຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພພິບັດຂອງ ສນຊ ກ່າວຮັບໂດຍ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ສນຊ ເປັນກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນການແນວລາວສ້າງຊາດ, ມີພຣະອາຈານມະຫາບຸນມາ ສິນມາພົມ ປະທານສູນກາງ ອົງການພຸດທະສາສະໜາ ແຫ່ງ ສປປ ລາວ, ທ່ານ ດຣ. ນ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະຮັບຜິດ ຊອບປຸກລະດົມຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ ຂອງ ສນຊ, ພ້ວມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 23 ກັນຍາ 2024 ທີ່ສູນກາງແນວລາວ ສ້າງຊາດ.


ໃນໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ປະກອບສ່ວນບິແບ່ງປັດໄຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ໃນຄັ້ງນີ້, ເຊິ່ງເງິນຈໍານວນດັ່ງກ່າວ, ແມ່ນຈະນຳໄປມອບຕໍ່ໃຫ້ແຂວງຈໍາປາສັກ ເພື່ອຮັບມືຕ້ານໄພພິບັດທາງທຳມະຊາດ.
ຂ່າວ+ພາບ: ລີ
ບກ: ກົງແກ້ວ

info@lfnd.org.la | 021 213754 | (856-21) 453191