ສູນກາງແນວລາວສ້າງຊາດ

Lao Front For National Development

6 ເດືອນຕົ້ນປີ ຄະນະທີ່ປຶກສາວຽກງານສາສະໜາມີຜົນງານຫຼາຍດ້ານ

     ກົມສາສະຫນາ ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບຄະນະທີ່ປຶກສາວຽກງານສາສະໜາ ໄດ້ຈັດກອງປະຊຸມສະຫຼຸບວຽກນງານການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານສາສະໜາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2024. ໂດຍການເປັນປະທານຂອງ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ຜູ້ຊີ້ນຳວຽກສາສະໜາ, ເຂົ້າຮ່ວມໂດຍ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານບໍ່ປະຈຳການ ສນຊ; ຫົວຫນ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ, ມີບັນດາທ່ານຄະນະທີ່ປຶກສາ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານຂອງກົມສາສະໜາ ສນຊ ເຂົ້າຮ່ວມ.ໃນວັນທີ 24 ມິຖຸນາ 2024 ນີ້ ທີ່ ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ.
     ກອງປະຊຸມໄດ້ສະຫຼຸບລາຍງານການເຄື່ອນໄຫວວຽກງານ ຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ກ່ຽວກັບ ວຽກງານສາສະໜາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024. ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນເປັນຕົ້ນການລະດົມທຶນບູລະນະສອ້ມແປງທາງ ຢູ່ເມືອງກວັນ ແຂວງຫົວພັນ 12 ບ້ານ ແລະ ປະກອບສ່ວນວຽກງານອື່ນໆ. ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການເຄື່ອນໄຫວວຽກງານຕ່າງໆ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງກ່ຽວກັບຮ່າງບົດລາຍງານສະພາບ ແລະ ວຽກງານສາສະໜາ ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ກົມການເມືອງສູນກາງພັກ. ຫຼັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຕໍ່ບັນດາວຽກງານດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.
     ໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານທີ່ພົ້ນເດັ່ນຂອງຄະນະທີ່ປຶກສາ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ແຜນວຽກດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນດີຂື້ນເລື່ອຍໆນັ້ນ, ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ກົມສາສະໜາ ສືບຕໍ່ປະສານສົມທົບ ແລະ ຂໍຄໍາປຶກສາຈາກບັນດາທ່ານຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ເພື່ອເຮັດໃຫ້ວຽກງານທີ່ຍັງຄົງຄ້າງປະສົບຜົນສຳເລັດ; ບັນດາແຜນວຽກຕ່າງໆຂອງຄະນະທີ່ປຶກສາວຽກງານສາສະໜາ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ ແລະ ຕ້ອງໄດ້ສ້າງເປັນແຜນການລະອຽດໃນແຕ່ລະໜ້າວຽກເພື່ອສາມາດຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳໄດ້ ແລະ ບັນດາທ່ານຄະນະທີ່ປຶກສາຈົ່ງສືບຕໍ່ຮັກສາມູນເຊື້ອໃນການເປັນທີ່ປຶກສາທີ່ດີ ແລະ ປະຕິບັດໄດ້ 4 ເສີມສ້າງໃຫ້ກາຍເປັນຮູບປະທຳໃຫ້ຫຼາຍຂຶ້ນ.
 
info@lfnd.org.la | 021 213754 | (856-21) 453191