ສູນກາງແນວລາວສ້າງຊາດ

Lao Front For National Development

74 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສູນກາງແນວລາວສ້າງຊາດ

ເນື່ອງໃນໂອກາດວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024),ທ່ານນາງສີພະຈັນນັນທະວົງສາກຳມະການປະຈຳພັກປະທານກວດກາພັກ-ລັດຮອງປະທານ ສນຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 26 ກໍລະກົດ ຜ່ານມານີ້ ກ່ຽວກັບການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 74 ປີຜ່ານມາຂອງ ສນຊ.
ທ່ານນາງສີພະຈັນນັນທະວົງສາໄດ້ຍົກໃຫ້ເຫັນຜົນງານອັນຍິ່ງໃຫຍ່ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 74 ປີຜ່ານມາ ຊຶ່ງຜົນງານອັນມະຫັດສະຈັນຂອງແນວລາວຮັກຊາດ ແມ່ນສາມາດເປີດກວ້າງແນວໂຮມແຫ່ງຊາດຢ່າງກວ້າງຂວາງໃນທົ່ວປະເທດທັງຮ່ວມສຳພັນສູ້ຮົບກັບຫວຽດນາມ ແລະ ກຳປູເຈຍ, ຍາດແຍ່ງການຊ່ວຍເຫຼືອສະໜັບສະໜູນຈາກສາກົນ ເປັນຕົ້ນບັນດາປະເທດສັງຄົມນິຍົມ, ດຳເນີນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ່ງຕີນມືຂອງພວກເຂົາ, ທັງຮ່ວມສຳພັນກັບກຳລັງເປັນກາງຮັກຊາດ, ທັງຕໍ່ສູ້ດ້ວຍອາວຸດ ສົມທົບກັບການຕໍ່ສູ້ດ້ວຍການເມືອງ, ກົດໝາຍ ແລະ ການຕ່າງປະເທດ, ທັງຕໍ່ສູ້ປິດລັບສົມທົບກັບການຕໍ່ສູ້ເປີດເຜີຍ, ທັງຕໍ່ສູ້ທັງເຈລະຈາ ແລະ ລວມລາວເຖິງ3 ຄັ້ງ, ຕີຊະນະສັດຕູເທື່ອລະກ້າວ, ເທື່ອລະບັ້ນຮົບກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນດ້ວຍການໂຄ້ນລົ້ມອຳນາດການປົກຄອງລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ2 ທັນວາ 1975, ພາປະເທດຊາດກ້າວເດີນຕາມເສັ້ນທາງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ, ໃນໄລຍະໃໝ່ນີ້, ແນວລາວສ້າງຊາດ ບໍ່ໄດ້ເຮັດພາລະບົດບາດນຳພາ ແລະ ຄຸ້ມຄອງລັດຄືໃນໄລຍະກ່ອນ, ແຕ່ແນວລາວສ້າງຊາດ ຍັງມີພາລະບົດບາດສຳຄັນຍິ່ງໃນຖານະເປັນອົງການສຳພັນທາງການເມືອງຂອງລະບອບປະຊາທິປະໄຕປະຊາຊົນ, ເປັນບ່ອນເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ແລະ ສຶກສາອົບຮົມປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ລວມທັງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ອົງການແນວລາວສ້າງຊາດຕະຫຼອດໄລຍະ 74 ປີທີ່ຜ່ານມາ ມັນຍິ່ງຮຽກຮ້ອງໃຫ້ພວກເຮົາຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເປັນຕົ້ນແມ່ນເພີ່ມທະວີກ້ອນກໍາລັງມະຫາສາມັກຄີຢ່າງແໜ້ນແຟ້ນກວ່າເກົ່າ ບົນພື້ນຖານຄວາມເປັນເອກະພາບໃນອຸດົມການ ແຫ່ງການສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ແລະ ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ; ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງທົ່ວປວງຊົນ ເພາະຄວາມສາມັກຄີເປັນໝາກຫົວໃຈໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວ ຂອງຊາດ; ສືບຕໍ່ປຸກລະດົມກໍາລັງແຮງຂອງປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນທຸກຂະບວນການທີ່ສໍາຂອງຊາດຢ່າງຫ້າວຫັນ; ໂຄສະນາ, ສຶກສາອົບຮົມ, ປຸກລະດົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໃນການປະຕິບັດແນວທາງ, ນະໂຍບາຍ,ລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ.
ທ່ານນາງສີພະຈັນນັນທະວົງສາໄດ້ກ່າວຕື່ມວ່າ: ນັບແຕ່ປີ 2020-2030 ເປັນໄລຍະເວລາທີ່ສໍາຄັນທີ່ສຸດຂອງພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍທົດສອບໃຫຍ່ຫຼາຍເລັ່ງທວງໃຫ້ພວກເຮົາຕ້ອງບາກບັ່ນບຸກບືນຜ່ານຜ່າພາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດຕາມທິດຍືນຍົງ ແລະ ສີຂຽວ, ກ້າວຂຶ້ນສູ່ຈຸດໝາຍ
ສັງຄົມນິຍົມຢ່າງໜັກແໜ້ນ; ດ້ວຍເຫດນັ້ນ, ມັນຮຽກຮ້ອງໃຫ້ແນວລາວສ້າງຊາດຕ້ອງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຕົນໃຫ້ແຂງແຮງກວ່າເກົ່າ, ຈັດຕັ້ງຜັນຂະຫຍາຍ9 ຂໍ້ແຂ່ງຂັນ, 4 ການຫັນປ່ຽນໃໝ່ ແລະ4 ເສີມສ້າງຂອງວຽກງານແນວໂຮມໃຫ້ໜັກແໜ້ນ, ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ; ສືບຕໍ່ສ້າງ, ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີປອງດອງທີ່ເປັນປຶກແຜ່ນຂອງທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວຢູ່ພາຍໃນປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ພີ່ນ້ອງຊາວລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ມີສ່ວນຮ່ວມໃນພາລະກິດສ້າງສາປະເທດຊາດໃຫ້ຫຼາຍຂຶ້ນ; ເສີມຂະຫຍາຍຢ່າງແຂງແຮງ ແລະ ເຕັມສ່ວນບົດບາດຂອງແນວລາວສ້າງຊາດເຂົ້າໃນການຕິດຕາມ, ກວດກາ, ໃຫ້ຄໍາປຶກສາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການອຳນາດລັດຂັ້ນຕ່າງໆ; ຢາກເຮັດໄດ້ຄືແນວນັ້ນ, ອົງການແນວລາວສ້າງຊາດທຸກຂັ້ນຕ້ອງໄດ້ສືບຕໍ່ປັບປຸງຕົນເອງໃນທຸກດ້ານໃຫ້ໜັກແໜ້ນ, ເຂັ້ມແຂງ, ຍົກລະດັບຄວາມສາມາດໃນການປະຕິບັດພາລະບົດບາດ, ໜ້າທີ່ວຽກງານໃຫ້ໄດ້ຕາມທີ່ກົດໝາຍໄດ້ກຳນົດໄວ້.

ໂດຍ: ບຸນອູ້ມ

info@lfnd.org.la | 021 213754 | (856-21) 453191